VOV WorldVOV World
ສະກັດກັ້ນແຫຼ່ງການເງິນ, ການສູ້ຮົບທີ່ສຳຄັນໃນ ຍຸດທະສາດຮ່ວມຕ້ານກໍໍ່ການຮ້າຍ
26/11/2015 13:07
ບັ້ນ​ຮົບ​ຕ້ານກຳ​ລັງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜາມ​ນາມ​ເອງ ແລະ ບັນ​ດາ​ກຸ່ມກໍໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ​ພວມ​ກ້າວ​ເຂົ້າສູ່​ໄລ​ຍະ​ດຸ​ເດືອດ ແລະ ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ
ສະກັດກັ້ນແຫຼ່ງການເງິນ, ການສູ້ຮົບທີ່ສຳຄັນໃນ ຍຸດທະສາດຮ່ວມຕ້ານກໍໍ່ການຮ້າຍ
ບັ້ນ​ຮົບ​ຕ້ານກຳ​ລັງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜາມ​ນາມ​ເອງ ແລະ ບັນ​ດາ​ກຸ່ມກໍໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ​ພວມ​ກ້າວ​ເຂົ້າສູ່​ໄລ​ຍະ​ດຸ​ເດືອດ ແລະ ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ. ພ້ອມ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ບຸກ​ໂຈມ​ຕີ​ໂດຍ​ກົງ, ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຍຸດ​ທະ​ສາດຮ່ວມ​ຕ້ານກໍໍ່​ການ​ຮ້າຍນັ້ນ, ແມ່ນ​ຕ້ອງສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ IS, ຈາກນັ້ນ​ສາ​ມາດ​ດັບ​ສູນ​ອົງ​ການ ກໍໍ່​ການ​ຮ້າຍນີ້​ເຖິງ​ກົກ​ເຖິງ​ຮາກ.   (ພາບ: doanhnhansaigon.vn)      ການ​ຄ້າ​ຂາຍ​ອາ​ວຸດ, ຄ້າ​ຂາຍ​ມະ​ນຸດ, ຢາ​ຟິນ, ລອກຈັບເປັນ​ຕົວ​ປະ​ກັນ​ເພື່ອ​ຮຽກ​ຄ່າ​ໄຖ່, ຂາຍ​ນ້ຳ​ມັນ​ຢູ່​ບັນ​ດາ​ເຂດ​ຢຶດ​ຄອງ, ຫຼັກ​ຖອນ​ເງິນ​ຈາກ​ບັນ​ຊີ​ເງິນ​ຝາກ​ທະ​ນາ​ຄານ. ນີ້​ແມ່ນ​ບັນ​ດາ​ສາຍ​ເຫດ​ເພື່ອ​ພາ​ໄປ​ເຖິງ​ການ​ສ້າງ​ແຫຼ່ງ​ການ​ເງິນ​ຢ່າງ​ມະ​ຫາ​ສານ​ໃຫ້​ແກ່ IS. ຕາມ​ການ​ປະ​ເມີນ​ແລ້ວ, ງົບ​ປະ​ມານ​ຂອງ IS ໃນ​ປີ 2015 ແມ່ນ​ປະ​ມານ 2 ຕື້ USD . ແຫຼ່ງ​ການ​ເງິນ​ຢ່າງ​ມະ​ຫາ​ສານນີ້ ໄດ້​ຊ່ວຍ IS ເຖິງວ່າ​ແມ່ນ​ອົງ​ການໂດຍ​ຂະ​ໜາມ​ນາມ​ເອງ ສາ​ມາດ​ຄວບ​ຄຸມ​ເຂດ​ດິນ​ທີ່​ກ້​ວາງ​ໃຫຍ່ ແລະ ປະ​ເຊີນ​ໜ້າກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ ພວມ​ກາຍ​ເປັນ​ໄພ​ນາບ​ຂູ່​ອັນ​ຮ້າຍ​ແຮງ​ຂອງ​ທົ່ວ​ໂລກ​ຢ່າງ​ແທ້​ຈິງ.
TAG
vovworld/ກໍ່​ການ​ຮ​້າຍ/ສູ້​ຮົບ

More