ສະມາຄົມຊາວກະສິກອນ ຫວຽດນາມ ຮ່ວມເດີນທາງພ້ອມກັບຊາວກະສິກອນໃນການຜະລິດ ແລະ ພັດທະນາຊີວິດການເປັນຢູ່
12/12/2018 09:09
(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ດຳເນີນແຕ່ວັນທີ 11 – 13 ທັນວາ, ກອງປະຊຸມໃຫຍ່ມີຄວາມໝາຍສຳຄັນສຳລັບຊົນຊັ້ນຊາວກະສິກອນໃນທົ່ວປະເທດ.

ຜູ້ແທນ 999 ຄົນທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ດ້ວຍຄວາມປາດຖະໜາວ່າ ມີຫລາຍໂຄງການໜູນຊ່ວຍຊາວກະສິກອນໃນການເຄື່ອນໄຫວຜະລິດກະສິກຳ, ກໍ່ສ້າງ ແລະ ພັດທະນາຊີວິດການເປັນຢູ່. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ສະມາຄົມຊາວກະສິກອນ ຫວຽດນາມ (ພາບ: ອິນເຕີແນັດ) ດ້ວຍຈິດໃຈ “ປະຊາທິປະໄຕ - ສາມັກຄີ - ປ່ຽນແປງໃໝ່ - ເຊື່ອມໂຍງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7 ແມ່ນເຫດການການເມືອງສຳຄັນ, ເປັນຂີດໝາຍບາດກ້າວປ່ຽນແປງໃໝ່ຂອງສະມາຄົມ ແລະ ຂະບວນການແຂ່ງຂັນຂອງຊາວກະສິກອນໃນທົ່ວປະເທດ. ໃນໄລຍະຜ່ານມາ, ດ້ວຍສະມາຊິກກ່ວາ 10 ລ້ານຄົນ, ສະມາຄົມຊາວກະສິກອນ ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການກໍ່ສ້າງຈາກພັກ, ລັດ, ໄດ້ ແລະ ພວມສະແດງໃຫ້ເຫັນແຈ້ງບົດບາດເປັນເຈົ້າການໃນການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່ເທື່ອລະກ້າວ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ.
TAG
VOV/VOVworld/ສະມາຄົມຊາວກະສິກອນ/ການຜະລິດ/ຊີວິດການເປັນຢູ່
Related







