VOV WorldVOV World
ສະພາບການໃນແຫຼມເກົາຫຼີພັດເພີ່ມຄວາມເຄັ່ງຕຶງຂຶ້ນ
24/06/2016 12:28
ວັນ​ທີ 23/6, ສ.ປ.ປ​ເກົາຫຼີ ໄດ້​ປະ​ກາດການ​ທົດລອງຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ Musudan ສຳ​ເລັດ​ຜົນ ແລະ ຖື​ວ່າ ມັນ​ອາດ​ຈະ​ບຸກ​ໂຈມ​ຕີ​ກຳ​ລັງ​ອາ​ເມ​ລິ​ກາ, ນາບ​ຂູ່​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ
ສະພາບການໃນແຫຼມເກົາຫຼີພັດເພີ່ມຄວາມເຄັ່ງຕຶງຂຶ້ນ
ວັນ​ທີ 23/6, ສ.ປ.ປ​ເກົາຫຼີ ໄດ້​ປະ​ກາດການ​ທົດລອງຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ Musudan ສຳ​ເລັດ​ຜົນ ແລະ ຖື​ວ່າ ມັນ​ອາດ​ຈະ​ບຸກ​ໂຈມ​ຕີ​ກຳ​ລັງ​ອາ​ເມ​ລິ​ກາ, ນາບ​ຂູ່​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ. ອີກ​ເທື່ອ​ໜຶ່ງ, ເຫດ​ການນີ້ ໄດ້​ພາ​ໃຫ້​ສະ​ພາບ​ການ​ໃນ​ພາກ​ພື້ນ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພ້ອມ​ທັງ​ເຮັດ​ໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທຸກ​ຢ່າງ​ໃນ​ການ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ຕົກ​ເຂົ້​າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ.   2 ກໍ​ລະ​ນີ ທີ່ ສ.ປ.ປເກົາຫຼີຍິງ​ລູກ​ສອນ​ໄຟ​ໄດ້​ປະ​ຕິ​ບັດ​ຢູ່​ນະ​ຄອນ​ທ່າ​ກຳ​ປັ່ນ Wonsan         2 ກໍ​ລະ​ນີ ຍິງ​ລູກ​ສອນ​ໄຟ​ໄດ້​ປະ​ຕິ​ບັດ​ຢູ່​ນະ​ຄອນ​ທ່າ​ກຳ​ປັ່ນ Wonsan. ກໍ​ລະ​ນີ​ທຳ​ອິດ​ແມ່ນ​ໄດ້​ປະ​ຕິ​ບັດ​ໃນເວ​ລາ 5ໂມງ 58 ນາ​ທີ່​ຕາມ​ເວ​ລາ​ທ້ອງ​ຖິ່ນ, ແຕ່ບໍ່​ປະ​ສົບ​ຜົນ​ສຳ​ເລັດ. ຫຼັງ​ຈາກນັ້ນ 2 ຊົ່ວ​ໂມງ ຄື​ໃນ​ເວ​ລາ 8 ໂມງ 5 ນາ​​ທີ່, ລູກ​ສອນ​ໄຟ​ລູກ​ທີ 2 ໄດ້​ຖືກ​ຍິງ​ໄປ ແລະ ສາ​ມາດ​ບັນ​ລຸ​ໄລ​ຍະຍິງ 150 ກິ​ໂລ​ແມັດ. ລູກ​ສອນ​ໄຟ​ທີ່​ພຽງ​ຢາງ​ຍິງ​ໄປ​ນັ້ນ ແມ່ນ​ລູກ​ສອນ​ໄຟ Musadan, ຄາດ​ວ່າ​ມີ​ໄລ​ຍະ​ຍິງ​ເຖິງ 3000 ກິ​ໂລ​ແມັດ ຊຶ່ງ​ສາ​ມາດ​ຍິງ​ໄປ​ເຖິງ​ເກາະ Guam ຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ມະ​ຫາ​ສະ​ໝຸດປາ​ຊີ​ຟິກ. ສ.ປ.ປ​ເກົາຫຼີ​ໄດ້​ຮັບ​ຖື​ວ່າມີລູກ​ສອນ​ໄຟ Musadan ນັບ 10 ລູກ. ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ນີ້ ກໍ​ເປັນ​ຂີດ​ໝາຍ​ທີ່​ພຽງ​ຢາງໄດ້​ຍິງ​ລູກ​ສອນ​ໄຟ​ຄັ້ງ​ທີ 5 ຢ່າງ​ລຽນ​ຕິດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ.   
TAG
vovworld/ລູດ​ສອນ​ໄຟ

More