ສະພາບການຢູ່ພາກພື້ນຕາເວັນອອກກາງປີ 2018: ບັນດາວິວັດທະນາການສັນຕິພາບຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ
10/01/2019 11:07
(VOVWORLD) -ປີ 2018 ໄດ້ຜ່ານໄປ ແຕ່ສະພາບການຢູູ່ພາກພື້ນຕາເວັນອອກກາງ ຍັງມີຫລາຍບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ. ການປະທະກັນກ່ຽວກັບຜົນປະໂຫຍດລະຫວ່າງບັນດາພັກຝ່າຍ, ການແກ້ງແຍ້ງໄດ້ສົ່ງຜົນສະທ້ອນຢ່າງຫນັກຫນ່ວງລະຫວ່າງບັນດາປະເທດມະຫາອຳນາດເຮັດໃຫ້ພາກພື້ນນີ້ໃນປີ 2018 ເກີດຄວາມຂັດແຍ້ງ, ຄວາມເຄັ່ງຕຶງ ແລະ ການປະທະກັນຫລາຍຢ່າງ, ຍາກທີ່ຈະບັນລຸບາດກ້າວກະໂດດຂັ້ນໃນການແກ້ໄຂການປະທະກັນໃນປີ 2019 ໄດ້.

ເຖິງວ່າ ປີ 2018 ແມ່ນປີທີ່ອົງການລັດອິດສະລາມ (IS) ຢູ່ ອີຣັກ ແລະ ຊີຣີ ຖືກປະລາໄຊກໍຕາມ ແຕ່ສະພາບການຢູ່ພາກພື້ນ ຕາເວັນອອກກາງ ຍັງສັບສົນຢູ່.
TAG
VOV/VOVworld/ການປະທະກັນ/ເສຍຊີວິດ/ຕາເວັນອອກກາງ/ເຖິງຖອງ
Related







