ສະພາແຫ່ງຊາດຊຸດທີ XIV: ຄວາມເອກອ້າງທະນົງໃຈ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ
24/03/2021 13:43
(VOVWORLD) - ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດໄດ້ເອົາໃຈໃສ່ເປັນພິເສດ ດ້ວຍ 7 ຫົວເລື່ອງທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ບົດລາຍງານສະຫລຸບອາຍຸການສະພາແຫ່ງຊາດຊຸດທີ XIV ໂດຍທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV ໃນຕອນເຊົ້າວັນທີ 24 ມີນາ, ໃນນັ້ນ ເນັ້ນໜັກວ່າ ອາຍຸການສະພາແຫ່ງຊາດຊຸດທີ XIV ໄດ້ປະສົບຜົນສຳເລັດ ດ້ວຍໝາກຜົນຢ່າງຮອບດ້ານພໍສົມຄວນ ໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ບັນດາໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສ້າງການຫັນປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນອັນໃຫຍ່ຫລວງເຂົ້າຜົນງານ 35 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອ 75 ປີສະຫງ່າລາສີຂອງສະພາແຫ່ງຊາດ ຫວຽດນາມ . ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV. ພາບ: TTXVN ວັນທີ 22 ພຶດສະພາ 2016, ຜູ້ມີສິດເລືອກຕັ້ງໄດ້ເລືອກຕັ້ງສະພາແຫ່ງຊາດຊຸດທີ XIV. ໃນໄລຍະ 5 ປີຜ່ານມາ, ສະພາແຫ່ງຊາດໄດ້ຜັນຂະຫຍາຍການເຄື່ອນໄຫວໃນສະພາບການໂລກ, ພາກພື້ນມີບັນດາການຜັນປ່ຽນ, ກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫລັບກັນ; ທີ່ຕັ້ງບົດບາດ ແລະ ກຳລັງຂອງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງພາຍຫລັງ 35 ປີແຫ່ງການປ່ຽນແປງໃໝ່.
TAG
VOV/VOVworld/ສະພາແຫ່ງຊາດ/ຄວາມເອກອ້າງທະນົງໃຈ
Related
More








