VOV WorldVOV World
ສິ່ງທ້າທາຍໃນວິວັດທະນາການເຈລະຈາ Brexit
27/06/2017 07:18
(VOVWORLD) - ອັງກິດ ແລະ ສະຫະພາບ ເອີຣົບ (ອີຢູ) ຫາກໍ່ເລີ່ມດຳເນີນວິວັດທະນາການເຈລະຈາຢ່າງເປັນທາງການ ນຳປະເທດ ອັງກິດ ຖອນອອກຈາກ ຊາຍຄາລວມຖືກຕາມຂັ້ນຕອນ. ພາຍຫລັງ 4 ທົດສະວັດທີ່ມີການເຊື່ອມຈອດກັນ, ການເຈລະຈາປະຫວັດສາດຄັ້ງນີ້ ບໍ່ພຽງແຕ່ສົ່ງຜົນກະທົບແຮງຕໍ່ອະນາຄົດຂອງ ອັງກິດ ເທົ່ານັ້ນ ຫາກຍັງທັງຄວາມເປັນລະບຽບຮຽບຮອຍດ້ານການເມືອງຂອງຝ່າຍຕາເວັນຕົກຕື່ມອີກ, ຊຶ່ງອາດຈະສັບສົນຢ່າງຮ້າຍແຮງ ຖ້າຫາກທັງ 2 ຝ່າຍບໍ່ບັນລຸໄດ້ໂດຍບໍ່ວ່າຂໍ້ຕົກລົງໃດໆ.
ສິ່ງທ້າທາຍໃນວິວັດທະນາການເຈລະຈາ Brexit
ຕາມແຜນການແລ້ວ, ວິວັດທະນາການເຈລະຈາລະຫວ່າງ ອັງກິດ ແລະ ອີຢູ ຄາດວ່າຈະແກ່ຍາວເປັນເວລາ 2 ປີ, ດ້ວຍບັນຫາສັບສົນຫລາຍຢ່າງ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດຄວາມເປັນມາຂອງ ອີຢູ.         ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ເຄີຍສ້າງບັນດາແຜນການ Brexit “ແຂງ”, ລວມມີ ການຖອນອອກຈາກຕະຫລາດລວມ ອີຢູ, ບັນລຸຂໍ້ຕົກລົງໃນຂົງເຂດພາສີສະບັບໃໝ່ ແລະ ກຳຈັດຄົນເຂົ້າເມືອງຈາກ ອີຢູ. ເຖິງຢ່າງໃດກໍ່ຕາມ, ດ້ວຍໝາກຜົນແຫ່ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 08 ມິຖຸນາ, ທຸກສິ່ງທຸກຢ່າງປຽບເໝືອນໄດ້ປ່ຽນແປງ. ສິ່ງທ້າທາຍໃຫຍ່ສຸດຂອງທ່ານນາຍົກລັດຖະມົນຕີ Theresa May ໃນປະຈຸບັນແມ່ນ ເຮັດແນວໃດ ເພື່ອໄດ້ຮັບຮອງເອົາບັນດາຮ່າງກົດໝາຍກ່ຽວກັບ Brexit ຈາກສະພາແຫ່ງຊາດ, ແຫ່ງທີ່ພັກນິຍົມຮັກສາເດີມຂອງທ່ານນາງບໍ່ມີທ່າດີອີກ.
TAG
VOV/VOVworld/Brexit/​ອັງ​ກິດ