VOV WorldVOV World
ສິ່ງທ້າທາຍບົນເສັ້ນທາງແຫ່ງການສ້າງຕັ້ງລັດຖະບານເຢຍລະມັນທີ່ມີສະຖຽນລະພາບ
21/11/2017 12:26
(VOVWORLD) -ເວທີການເມືອງຢູ່ເຢຍລະມັນພວມຢືນຢູ່ຕໍ່ໜ້າຄວາມສ່ຽງກ້າວເຂົ້າສູ່ການເລືອກຕັ້ງຄັ້ງໃໝ່ ຊຶ່ງມີຄວາມໝາຍເຊັ່ນດຽວກັນກັບເລື່ອງພາໄປເຖິງການສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບ ພັດຜ່ານໄລຍະທາງຍາວໄກຕື່ມອີກ ແລະ ຍັງມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ
ສິ່ງທ້າທາຍບົນເສັ້ນທາງແຫ່ງການສ້າງຕັ້ງລັດຖະບານເຢຍລະມັນທີ່ມີສະຖຽນລະພາບ
ດ້ວຍເລື່ອງພັກປະຊາທິປະໄຕເສລີ FDP ໄດ້ຖະແຫຼງປະກາດຖອນຕົວອອກ, ການເຈລະຈາແນໃສ່ສ້າງຕັ້ງລັດຖະບານປະສົມໃໝ່ຢູ່ເຢຍລະມັນໄດ້ສິ້ນສຸດລົງດ້ວຍປະລາໄຊເມື່ອວັນທີ 20 ພະຈິກ. ສິ່ງນີ້ໄດ້ຢັ້ງຢືນວ່າ ເວທີການເມືອງຢູ່ເຢຍລະມັນພວມຢືນຢູ່ຕໍ່ໜ້າຄວາມສ່ຽງກ້າວເຂົ້າສູ່ການເລືອກຕັ້ງຄັ້ງໃໝ່ ຊຶ່ງມີຄວາມໝາຍເຊັ່ນດຽວກັນກັບເລື່ອງພາໄປເຖິງການສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບ ພັດຜ່ານໄລຍະທາງຍາວໄກຕື່ມອີກ ແລະ ຍັງມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ.  ທ່ານນາງນາຍົກລັດຖະມົນຕີ Angela Merkel     ວັນທີ 20 ພະຈິກ, ພັກປະຊາທິປະໄຕເສລີ FDP ໄດ້ຖະແຫຼງປະກາດຖອນຕົວອອກຢ່າງເປັນທາງການ, ຢຸດທຸກການເຈລະຈາເພື່ອສ້າງຕັ້ງລັດຖະບານປະສົມກັບທ່ານນາງນາຍົກລັດຖະມົນຕີ Merkel ແລະ ພັກຂຽວເພື່ອກຳອຳນາດ. ເກືອບ 2 ເດືອນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ, ປະເທດເຢຍລະມັນຍັງຄົງສາມາດສ້າງຕັ້ງລັດຖະບານໃໝ່ໄດ້. ນີ້ແມ່ນເຫດການເປັນຄັ້ງທຳອິດໄດ້ເກີດຂຶ້ນໃນປະຫວັດສາດຂອງ ສ. ສະຫະພັນເຢຍລະມັນນັບແຕ່ປີ 1949 ມາຮອດປະຈຸບັນ.    
TAG
VOV/VOVworld/ເຢຍ​ລະ​ມັນ