ຊອກຫາມາດຕະການແກ້ໄຂໃດ ໃຫ້ແກ່ບັນຫາ ສປປ.ເກົາຫຼີ
02/08/2017 07:51
(VOVWORLD) - ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ສືບຕໍ່ມີການກະທຳເຄັ່ງຕຶງປີນຂັ້ນໄດຫລາຍຢ່າງ ນັບແຕ່ພາຍຫລັງ ພຽງຢາງ ປະຕິບັດບັນດາເຫດທົດລອງລູກສອນໄຟນຳວິຖີຂ້າມທະວີບໃນທ້າຍເດືອນ ກໍລະກົດ ຜ່ານມາ

ຊອກຫາມາດຕະການແກ້ໄຂໃດໆ ໃຫ້ແກ່ບັນຫາ ສປປ.ເກົາຫຼີ ແມ່ນຄຳຖາມ ທີ່ໄດ້ຕັ້ງຂຶ້ນໃນຈຸດເວລານີ້ ເມື່ອບັນດາມາດຕະການຂວ້ຳບາດ, ລົງໂທດບໍ່ແມ່ນເຄື່ອງມືມີປະສິດທິຜົນ ໃນນະໂຍບາຍຕ່າງປະເທດຂອງ ອາເມລິກາ ແນໃສ່ບັງຄັບ ສປປ.ເກົາຫຼີ ປະລະຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍ. ປະທານາທິບໍດີ Donald Trumph (ພາບ: Getty) ກະຊວງປ້ອງກັນປະເທດ ອາເມລິກາ ຖະແຫຼງວ່າ ວັນທີ 02 ສິງຫາ, ປະເທດນີ້ ໄດ້ຍິງລູກສອນໄຟນຳວິຖີຂ້າມທະວີບ Minuteman 3 ຈາກຖານຍິງລູກສອນໄຟນຳວິຖີ ຫ່າງຈາກນະຄອນ Lompoc ເກືອບ 20 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ. ການຍິງທົດລອງໄດ້ດຳເນີນ ເພື່ອແນໃສ່ກວດກາລັກສະນະປະສິດທິຜົນ, ຄວາມແມ່ນຢຳກໍ່ຄືຄວາມສາມາດກຽມພ້ອມສູ້ຮົບຂອງບັນດາລະບົບອາວຸດຍຸດທະສາດ ອາເມລິກາ. ນີ້ແມ່ນຄັ້ງທີ່ 4 ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ຂອງກອງທັບ ອາເມລິກາ ໃນປີນີ້, ເປັນຄັ້ງທີ 2 ໃນອາທິດນີ້ ແລະ ພາຍຫລັງ 2, 3 ວັນ ທີ່ ສປປ.ເກົາຫຼີ ຍິງສຳເລັດຜົນ ICBM Hwasong – 14 ໄປສູ່ທະເລ ຍີ່ປຸ່ນ.
TAG
VOV/VOVworld/ສປປ.ເກົາຫຼີ/ຈີນ/ອາເມລິກາ
Related








