ສົງຄາມ ລັດເຊຍ - ຢູແກຼນ ພາຍຫຼັງເຄິ່ງປີເກີດການປະທະກັນ: ຜົນກະທົບ ແລະ ສິ່ງທ້າທາຍ
23/08/2022 07:46
(VOVWORLD) - ວັນທີ 24 ສິງຫາ ນີ້ ແມ່ນພໍດີເຄິ່ງປີ ທີ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ. 6 ເດືອນຜ່ານມາ, ການປະທະກັນດັ່ງກ່າວໄດ້ເຮັດໃຫ້ສາມັນຊົນ ແລະ ນາຍທະຫານຂອງທັງສອງຝ່າຍນັບຫຼາຍພັນຄົນເສຍຊີວິດ, ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບສິບໆລ້ານຄົນຢູ່ບັນດາປະເທດໃນພາກພື້ນ ກໍຄື ສະຖຽນລະພາບໃນທົ່ວເອີຣົບ ແລະ ໂລກ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານພິເສດ ເພື່ອແນໃສ່ “ປອດການທະຫານ ແລະ ຟາດຊິດ ຢູແກຼນ”. 6 ເດືອນຜ່ານມາ, ການປະທະກັນດັ່ງກ່າວໄດ້ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍຢູ່ທັງສອງຝ່າຍ, ມ້າງເພທຳລາຍພື້ນຖານໂຄງລ່າງຢ່າງໜັກໜ່ວງຢູ່ພາກຕາເວັນອອກ ແລະ ພາກໃຕ້ ຢູແກຼນ. ພ້ອມດຽວກັນນັ້ນ, ກໍ່ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ສະພາບພູມີການເມືອງທົ່ວໂລກ, ໃນນັ້ນ ມີການປ່ຽນແປງຢ່າງໃຫຍ່ຫຼວງຢູ່ ເອີຣົບ ກໍຄືສາຍພົວພັນລະຫວ່າງ ອາເມລິກາ, ເອີຣົບ ກັບ ລັດເຊຍ.
TAG
VOV/VOVworld/ຢູແກຼນ/ລັດເຊຍ/ສົງຄາມ/ຜົນກະທົບ/ສິ່ງທ້າທາຍ
Related
More








