VOV WorldVOV World
ສົນທິສັນຍາທົ່ວໂລກກ່ຽວບັນຫາອົບພະຍົບ: ຄຳຕອບຖືກຕ້ອງເພື່ອພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ
11/12/2018 08:41
(VOVWORLD) -ພາຍຫຼັງ 2 ປີທີ່ດຳເນີນການເຈລະຈາລະຫວ່າງລັດຖະບານຢ່າງເຄັ່ງຕຶງ, ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງປອດໄພ, ເປັນລະບຽບ ແລະ ຕໍ່ເນື່ອງຂອງສະຫະປະຊາຊາດ ເຊິ່ງຜູ້ຕາງໜ້າຂອງ 150 ປະເທດໄດ້ຮັບການຮັບຮອງເອົາ ໃນວັນທີ 10 ທັນວາ, ຢູ່ນະຄອນ Marrakech ປະເທດມາຣົກ.
ສົນທິສັນຍາທົ່ວໂລກກ່ຽວບັນຫາອົບພະຍົບ: ຄຳຕອບຖືກຕ້ອງເພື່ອພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ
ເຖິງຢ່າງໃດກໍ່ຕາມ, ສົນທິສັນຍາດັ່ງກ່າວຍັງກໍ່ຄວາມໂຕ້ຖຽງກັນຢູ່ຫຼາຍປະເທດ, ຊ້ຳບໍ່ໜຳຫຼາຍປະເທດປະຕິເສດສົນທິສັນຍາ, ແຕ່ຄວາມຈິງບໍ່ອາດປະຕິເສດໄດ້ ນີ້ແມ່ນບັນຫາທີ່ກ່ຽວຂ້ອງເຖິງທຸກໆປະເທດ ແລະ ສົນທິສັນຍາແມ່ນໜຶ່ງທາງເລືອກເພື່ອໃຫ້ບັນດາປະເທດພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ.         ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບ (ມີຊື່ເຕັມວ່າ: ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງປອດໄພ, ເປັນລະບຽບ ແລະ ຕໍ່ເນື່ອງ) ເຊິ່ງທັງໝົດ 193 ປະເທດ, ເວັ້ນເສຍແຕ່ອາເມລິກາ ໄດ້ເຫັນດີເມື່ອເດືອນ ກໍລະກົດ ຜ່ານມາ. ສົນທິສັນຍາໄດ້ວາງອອກ 23 ຄາດໝາຍຮັບປະກັນການອົບພະຍົບຖືກຕາມກົດໝາຍ ແລະ ຄຸ້ມຄອງກະແສຊາວອົບພະຍົບໃຫ້ເປັນຢ່າງດີກວ່າ ໃນສະພາບຈຳນວນຊາວອົບພະຍົບໃນທົ່ວໂລກໄດ້ເພີ່ມຂຶ້ນເຖິງລະດັບ 250 ລ້ານຄົນ, ທຽບເທົ່າກັບ 3% ຈຳນວນພົນລະເມືອງໃນທົ່ວໂລກ.         ຕາມແຜນການແລ້ວ, ພາຍຫຼັງໄດ້ຮັບການຮັບຮອງເອົາ, ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຈະໄດ້ຍົກອອກມາເພື່ອປ່ອນບັດຮັບຮອງເອົາທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ຄາດວ່າຈະດຳເນີນໃນວັນທີ 19 ທັນວາ.
TAG
VOV/VOVworld/ອົບ​ພະ​ຍົບ