VOV WorldVOV World
ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ
23/08/2017 07:46
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງ ສ.ຕວກກີ Binali Yildirim ພວມທຳການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ
  ການຢ້ຽມຢາມເພື່ອແນໃສ່ຈຸດປະສົງພັດທະນາການພົວພັນຫລາຍດ້ານລະຫວ່າງ 2 ປະເທດ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື ເປັນຕົ້ນແມ່ນຂົງເຂດການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ຄົມມະນາຄົມ - ຂົນສົ່ງ, ການສຶກສາ, ການທ່ອງທ່ຽວ…ເນື່ອງໃນໂອກາດນີ້, ບັນນາທິການ VOV ມີບົດຂຽນທີ່ພາດຫົວຂໍ້ວ່າ: “ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ”.  (ພາບປະກອບ)         ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຕວກກີ ດຳເນີນໄປໃນສະພາວະທີ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ພັດທະນາອັນດີງາມ ນັບແຕ່ເມືຶ່ອ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ.
TAG
VOV/VOVworld/ຊຸກ​ຍູ້/ຮ່ວມ​ມື/ຕວ​ກ​ກີ