ຊຸກຍູ້ການເຈລະຈາໃນ APEC : ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ
02/05/2017 04:04
(VOVWORLD) - ຕາມການສະຖີຕິຂອງກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ປີ 2016 ຫວຽດນາມມີແຮງງານເກືອບ 130.000 ຄົນໄປເຮັດວຽກຢູ່ຕ່າງປະເທດ.

ແຫຼ່ງຊັບພະຍາກອນມະນຸດຍາມໃດກໍ່ສວມບົດບາດແມ່ນໜຶ່ງໃນບັນດາມາດຕະການບຸກທະລຸ ໃນວິວັດການພັດທະນາຂອງບັນດາພື້ນຖານເສດຖະກິດໃນປະຊາຄົມ APEC ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ເພື່ອເສີມຂະຫຍາຍທ່າໄດ້ປຽບໃນການແກ່ງແຍ້ງຂອງພື້ນຖານເສດຖະກິດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການເຈລະຈານະໂຍບາຍໃນບັນດາຂອບເຂດການຮ່ວມມືສາກົນຫລາຍຝ່າຍ, ໃນນັ້ນມີ APEC. ນີ້ກໍ່ແມ່ນເນື້ອໃນຂອງບາງເຫດການທີ່ດຳເນີນໃນປີ APEC ຫວຽດນາມ 2017: ນັ້ນແມ່ນ “ການເຈລະຈານະໂຍບາຍຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະສັກກະລາດດີຈີຕອນ”, ຈະດຳເນີນໃນລະຫວ່າງວັນທີ 14 – 15/05 ຢູ່ ຮ່າໂນ້ຍ.
TAG
VOV/VOVworld/ອຸດສາຫະກຳ/ທັນສະໄໝ
Related
More








