ຊຸກຍູ້ການພົວພັນ 2 ຝ່າຍ, ຫຼາຍຝ່າຍຫວຽດນາມ - ເອີລົບ
15/10/2018 09:02
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມເຂົ້າຮ່ວມກອງປະຊຸມສຸດຍອດອາຊີ - ເອີລົບ (ASEM) ຄັ້ງທີ 12 ຢູ່ບຣຸກແຊນ, ປະເທດແບນຊິກ, ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ແລະ ຢ້ຽມຢາມສ.ໂອຕາລິດ, ລາຊະອານາຈັກແບນຊິກ, ລາຊະອານາຈັກແດນມາກ ຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພາບເອີລົບ (EU).

ການໄປປະຕິບັດງານຢູ່ເອີລົບ ຂອງທ່ານນາຍົກລັດຖະມົນຕີ ແມ່ນເພື່ອແນໃສ່ສ້າງບັນດາຈຸດພົ້ນເດັ່ນ, ກຳລັງໜູນສຳຄັນເພື່ອຊຸກຍູ້ບັນດາການພົວພັນ 2 ຝ່າຍຢູ່ເອີລົບ, ຍູ້ແຮງ ແລະ ຍົກລະດັບການພົວພັນການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ. ການຢ້ຽມຢາມ, ເຮັດວຽກຢູ່ເອີລົບ ໂດຍໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາເອີລົບ Donald Tusk, ປະທານຄະນະກຳມະການເອີຣົບ Jean-Claude Juncker, ທ່ານນາຍົກລົດຖະມົນຕີແຫ່ງສ.ໂອຕາລິດ Sebastian Kurz, ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ແລະ ທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmusse.
TAG
VOV/VOVworld/ລັດ/ຂົງເຂດ/ປະຊາຄົມ
Related







