VOV WorldVOV World
ຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີ ໂດຍຜ່ານການພົວພັນລະຫວ່າງລັດຖະສະພາ
29/11/2017 08:45
(VOVWORLD) - ການຢ້ຽມຢາມມີຄວາມໝາຍສຳຄັນ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳສະພາແຫ່ງຊາດ 2 ປະເທດ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳ ອົດສະຕາລີ ກ່ວາອີກ;
ຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີ ໂດຍຜ່ານການພົວພັນລະຫວ່າງລັດຖະສະພາ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)   ຕອນເຊົ້າວັນທີ 29 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດສະໜາມບິນທະຫານ Fairbairn, ນະຄອນຫລວງ Canberra ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການໃນລະຫວ່າງວັນທີ 29 ພະຈິກ - ວັນທີ 2 ທັນວາ ຕາມຄຳເຊີນຂອງສະພາແຫ່ງຊາດ ແລະ ລັດຖະບານ ອົດສະຕາລີ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນສຳລັບ ອົດສະຕາລີ ໃນການຕັດສິນຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ.         ການຢ້ຽມຢາມມີຄວາມໝາຍສຳຄັນ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳສະພາແຫ່ງຊາດ 2 ປະເທດ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳ ອົດສະຕາລີ ກ່ວາອີກ; ຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນບັນດາຂົງເຂດ ເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການຮ່ວມມືພັດທະນາ, ກະສິກຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ຊັບພະຍາກອນທຳມະຊາດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ.
TAG
VOV/VOVworld/ອົດ​ສະ​ຕາ​ລີ