VOV WorldVOV World
ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ
06/11/2018 07:46
(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 – CIIE 2018 ຢູ່ ຊຽງໄຮ່ ແຕ່ວັນທີ 4 – 5 ພະຈິກ ຢ່າງດີງາມ.
ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ
ການເຂົ້າຮ່ວມຂອງທ່ານນາຍົກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ         ການເຂົ້າຮ່ວມງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ. ນີ້ແມ່ນໜຶ່ງໃນສີ່ເຫດການພົວພັນຕ່າງປະເທດສຳຄັນທີ່ສຸດຂອງ ຈີນ ໃນປີ 2018. ການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ (ເມື່ອເດືອນ ຕຸລາ - 2017).
TAG
VOV/VOVworld/ຊຸກຍູ້ການພົວພັນ/ການຄ້າ/ຫວຽດນາມ/ຈີນ