ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ
15/02/2016 09:37
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຊຶ່ງຖືກຈັດຂຶ້ນຢູ່ເຂດຕາກອາກາດ sunnyland ລັດ ກາລີຟອກເນຍ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຊຶ່ງຖືກຈັດຂຶ້ນຢູ່ເຂດຕາກອາກາດ sunnyland ລັດ ກາລີຟອກເນຍ ແຫ່ງອາເມລິກາ. ໂດຍຖືກດຳເນີນເປັນເວລາ 2 ວັນ ດ້ວຍບັນດາເນື້ອໃນທີ່ສຳຄັນ ຖືກນຳມາປຶກສາຫາລື, ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ຮັດແໜ້ນ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ, ພ້ອມທັງຍົກອອກບັນດາທິດທາງເພື່ອແນໃສ່ນຳການພົວພັນຮ່ວມມືໃຫ້ຕິດແທດຕົວຈິງ ແລະ ລະອຽດກວ່າໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ແລະ ປະທານາທິບໍດີອາເມລິກາ Barak Obama ຢູ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ກົວລາລຳເປີ, ມາເລເຊຍເມື່ອ ເດືອນ 11/2015 ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງປະທານາທິບໍດີປະເທດເຈົ້າພາບ Barak Obama, ການນຳບັນດາປະເທດອາຊຽນ ແລະ ທ່ານເລາຂາທິການໃຫຍ່ອາຊຽນ ເລເລື່ອງມິນ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງບັນດາປະເທດສະມາຊິກອາຊຽນກັບອາເມລິກາ ໃນຖານະເປັນບັນດາຄູ່ຮ່ວມມືຍຸດທະສາດ, ພ້ອມກັນນັ້ນ, ນີ້ກໍແມ່ນຄັ້ງທຳອິດທີ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຖືກຈັດຂຶ້ນຢູ່ອາເມລິກາ. ກອງປະຊຸມຄັ້ງນີ້, ຄາດວ່າ ຈະມີ 2 ວາລະປຶກສາຫາລືໂດຍເລັ່ງໃສ່ການຊຸກຍູ້ປະຊາຄົມເສດຖະກິດອາຊຽນຕາມທິດມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດ, ປົກປັກຮັກສາສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງຢູ່ອາຊີປາຊີຝິກ, ເປັນຕົ້ນແມ່ນບັນຫາຄວາມໝັ້ນຄົງໃນການເດີນທະເລ, ຕ້ານການກໍ່ການຮ້າຍ ແລະ ບັນດາສິ່ງທ້າທາຍຂ້າມຊາດ ກໍຄືໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດຢູ່ພາກພື້ນໃນອະນາຄົດ.
TAG
vovworld/ຄູ່ຮ່ວມມື/ຍຸດທະສາດ
Related
More








