ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ
02/11/2018 07:47
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ຝລັ່ງ Édouard Philippe ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2 – 4 ພະຈິກ 2018.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສ.ຝລັ່ງ ໄດ້ດຳເນີນໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ພວມພັດທະນາຕັ້ງໜ້ານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2013 ແລະ ໄດ້ຮັບການພັດທະນາເລິກເຊິ່ງ, ກ້ວາງຂວາງໃນທຸກຂົງເຂດ. ປະເທດສາທາລະນະລັດ ຝລັ່ງ, ຕັ້ງຢູ່ທິດຕາເວັນຕົກຂອງເອີລົບ, ເຊິ່ງເປັນປະເທດມະຫາອຳນາດດ້ານເສດຖະກິດຢືນອັນດັບທີ 5 ໃນໂລກ, ດ້ານການສົ່ງອອກການບໍລິການກໍ່ ຢືນອັນດັບທີ 3 ໃນໂລກ. ຝລັ່ງ ມີວິສາຫະກິດຫຼາຍທີ່ສຸດ, ໃນນັ້ນມີຫຼາຍແຫ່ງຢືນແຖວໜ້າຂອງໂລກ. ຫວຽດນາມ ແລະ ຝລັ່ງ ສ້າງຕັ້ງການພົວພັນທາງການທູດນັບແຕ່ປີ 1973 ແລະ ພາຍຫຼັງ 40 ປີ (2013), ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ຂີດໝາຍນີ້ໄດ້ສ້າງທວງທ່ານຳການພົວພັນລະຫວ່າງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
TAG
VOV/VOVworld/ຝລັ່ງ/ຢ້ຽມຢາມ ຫວຽດນາມ
Related







