VOV WorldVOV World
ສືບຕໍ່ປ່ຽນແປງໃໝ່ໃນວຽກງານພະນັກງານຂອງພັກ
27/12/2018 09:13
(VOVWORLD) -ສູນກາງເຫັນດີເປັນເອກະພາບສູງຕໍ່ເລື່ອງການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026 ດ້ວຍຈິດໃຈແມ່ນ ເຮັດເທື່ອລະຂັ້ນ, ເທື່ອລະວຽກ, ແນ່ນອນ, ໜັກແໜ້ນ, ຮອບຄອບ
ສືບຕໍ່ປ່ຽນແປງໃໝ່ໃນວຽກງານພະນັກງານຂອງພັກ
  ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 9 ຊຸດ 12 ໄດ້ປິດລົງໃນວັນທີ 26 ທັນວາ. ພາຍຫຼັງການເຮັດວຽກເປັນເວລາສອງວັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນປິດກອງປະຊຸມໂດຍເນັ້ນໜັກ ວ່າບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນໃນການກະກຽມ ແລະ ກໍ່ສ້າງຖັນແຖວບຸກຄະລາກອນຂັ້ນສູງຂອງພັກ ໃນໄລຍະຈະມາເຖິງ. ກອງປະຊຸມຄັ້ງທີ 9 ໄດ້ປຶກສາຫາລືກ່ຽວກັບ ໃບສະເໜີ, ບົດລາຍງານ ແລະ ບັນດາເອກະສານທີ່ກ່ຽວຂ້ອງ ແລະ ສະເໜີບຸກຄະລາກອນ ເຂົ້າໃນການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026, ຈັດຕັ້ງເອົາການປ່ອນບັດໄວ້ວາງໃຈສຳລັບບັນດາກຳມະການກົມການເມືອງ, ຄະນະເລຂາ ສູນກາງພັກ ແລະ ພິຈາລະນາບົດສຳຫຼວດການຊີ້ນຳ -ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2018.
TAG
VOV/VOVworld/ຕໍາແໜ່ງງານ/ສ້າງສັນນັບຖື/ຖັນແຖວພະນັກງານຂັ້ນຍຸດທະສາດ