ສືບທອດບັນດາຄວາມມານະພະຍາຍາມໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ
18/12/2018 06:56
(VOVWORLD) - COP 24 ໄດ້ສິ້ນສຸດລົງ ດ້ວຍໝາກຜົນສຳຄັນ. ເຖິງວ່າຍັງມີຄຳຄິດເຫັນແຕກຕ່າງກັນກໍ່ຕາມ ແຕ່ບໍ່ອາດປະຕິເສດໄດ້ວ່າ ຜ່ານ COP 24 ໂລກໄດ້ກ້າວເຂົ້າໄປອີກບາດໜຶ່ງໃນການຕໍ່ສູ້ຕ້ານຄວາມອຸ່ນຂຶ້ນຂອງໜ່ວຍໂລກ

ເລື່ອງທ້າຍອາທິດຜ່ານມາ, ເກືອບ 200 ປະເທດ ແລະ ເຂດແຄ້ວນໄດ້ເຫັນດີເປັນເອກະພາບກ່ຽວກັບວິວັດການປະຕິບັດຂໍ້ຕົກລົງ Paris 2015 ແມ່ນຂີດໝາຍພົ້ນເດັ່ນຂອງກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ຢູ່ ໂປໂລຍ (COP 24). ນີ້ແມ່ນໄຊຊະນະຂອງການເຈລະຈາຫລາຍຝ່າຍ, ແມ່ນການຜ່ອນສັ້ນຜ່ອນຍາວທີ່ບໍ່ແມ່ນໜ້ອຍກ່ຽວກັບຜົນປະໂຫຍດສະເພາະ ເພື່ອສືບຕໍ່ປະຕິບັດໜ້າທີ່ລວມ: ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ເຖິງວ່າເສັ້ນທາງພາຍພາກໜ້າຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍກໍ່ຕາມ ແຕ່ອາດເວົ້າໄດ້ວ່າ ໂລກໄດ້ຫຍັບມໍ່ເຂົ້າກັນກ່ວາ ເພື່ອສະກັດກັ້ນຄວາມອຸ່ນຂຶ້ນຂອງໜ່ວຍໂລກ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 02 – 14 ທັນວາ, ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ມີພາລະກຳແກ້ໄຂສະພາບບໍ່ມີທາງອອກໃນການປະຕິບັດຂໍ້ຕົກລົງ Paris. ຍ້ອນຮອດປີ 2020, ຂໍ້ຕົກລົງ Paris ຈະມີຜົນສັກສິດໃນຂະນະທີ່ໂລກຍັງບໍ່ທັນບັນລຸໄດ້ວິວັດການປະຕິບັດຂໍ້ຕົກລົງເທື່ອ. ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ຢູ່ ໂປໂລຍ (ພາບ: Reuters)
TAG
VOV/VOVworld/ການປ່ຽນແປງຂອງດິນຟ້າອາກາດ/COP 24/Paris 2015
Related







