VOV WorldVOV World
ສື່ມວນຊົນຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ
20/06/2017 09:26
(VOVWORLD) -ສື່ມວນຊົນປະຕິວັດຫວຽດນາມໄດ້ເລີ່ມເຄື່ອນໄຫວ ຂະນະທີ່ຜູ້ນຳ ຫງວຽນອ້າຍກ໋ວກ ໝາຍເຖິງປະທານໂຮ່ຈິມິນ ໄດ້ສ້າງຕັ້ງໜັງສືພິມແທງນຽນ(ແປວ່າ ໄວໜຸ່ມ)
ສື່ມວນຊົນຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ
ຊຸມວັນນີ້, ຫວຽດນາມພວມຈັດຕັ້ງສະເຫຼີມສະເຫຼີມ 92 ປີແຫ່ງວັນຄົບຮອບຂອງ ສື່ມວນຊົນປະຕິວັດ ( 21/6/1925 – 21/6/2017) ເພື່ອແນໃສ່ຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບທາງສັງຄົມຂອງ ສື່ມວນຊົນ, ທັງເປັນການຮັດແໜ້ນສາຍພົວພັນລະຫວ່າງສື່ມວນຊົນກັບມະຫາຊົນ, ເພີ່ມທະວີການນຳພາຂອງພັກກອມມູນິດຫວຽດນາມຕໍ່ ສື່ມວນຊົນ.  ພາບປະກອບ       ປະຈຸບັນ, ຢູ່ຫວຽດນາມມີນັກຂ່າວປະມານ 17.000 ຄົນໄດ້ຮັບບັດນັກຂ່າວ, ເຄື່ອນໄຫວໃນ 838 ອົງການສື່ມວນຊົນດ້ວຍສື່ສິ່ງພິມເກືອບ 1.100 ສະບັບ; 1 ສຳນັກຂ່າວສານ 1 ແຫ່ງ, ວິທະຍຸກະຈາຍສຽງ ແລະ ໂທລະພາບ 67 ແຫ່ງ; 74 ສື່ເອເລັກໂຕນິກ, 336 ສື່ສັງຄົມ, 1.174 ເວບໄຊ. ກ່ວາ 90% ຈຳນວນຄອບຄົວຊາວຫວຽດນາມໄດ້ຮັບຟັງວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີໂທລະພາບຫວຽດນາມ.
TAG
VOV/VOVworld/ສື່ມວນ​ຊົນ

More