ທ່ານນາງ Angela Merkel ສິ້ນສຸດພາລະກິດດ້ານການເມືອງ: ປະເທດ ເຢຍລະມັນ ຕໍ່ໜ້າສິ່ງທ້າທາຍຫລາຍຢ່າງໃນອະນາຄົດ
31/10/2018 09:21
(VOVWORLD) -ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຕັດສິນໃຈລາອອກຈາກຕຳແໜ່ງນີ້ ແລະ ບໍ່ອອກຮັບສະໝັກເລືອກຕັ້ງເປັນປະທານພັກນີ້ຄືນໃໝ່ໃນເດືອນ ທັນວາ ຈະມາເຖິງ,

ພາຍຫລັງເປັນການນຳຂອງພັກຝ່າຍຂວາກາງສຳພັນທະມິດປະຊາທິປະໄຕສາສະໜາຄຼິດ CDU ເປັນເວລາເກືອບ 2 ທົດສະວັດ, ວັນທີ 29 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຕັດສິນໃຈລາອອກຈາກຕຳແໜ່ງນີ້ ແລະ ບໍ່ອອກຮັບສະໝັກເລືອກຕັ້ງເປັນປະທານພັກນີ້ຄືນໃໝ່ໃນເດືອນ ທັນວາ ຈະມາເຖິງ, ເຊິ່ງມີຄວາມໝາຍຄ້າຍດຽວກັນກັບເລື່ອງ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ສິ້ນສຸດອາຍຸການໃນປີ 2021 ຈະມາເຖິງຢ່າງເປັນທາງການ. ເວທີການເມືອງ ເຢຍລະມັນ ຈະເປັນຄືແນວໃດ ເມື່ອຂາດທ່ານນາງມີສິດອຳນາດຜູ້ນີ້ ຈະແມ່ນຄຳຖາມທີ່ຍັງຊັ່ງຊາຢູ່. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: Getty) ຖະແຫຼງການລາອອກຈາກຕຳແໜ່ງຂອງທ່ານນາງ Angela Merkel ຖືກຍົກອອກມາ ພາຍຫລັງພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ແລະ ພັກສັງຄົມສາສະໜາຄຼິດ (CSU) ຖືກປະລາໄຊໃນການເລືອກຕັ້ງຂັ້ນທ້ອງຖິ່ນຢູ່ 2 ລັດ Hessen ແລະ Bavaris ຕາມລຳດັບ.
TAG
VOV/VOVworld/Angela Merkel/ພາລະກິດ/ເຢຍລະມັນ
Related







