ທະເລຕາເວັນອອກ ສືບຕໍ່ແມ່ນເນື້ອໃນບຸລິມະສິດຢູ່ເວທີປາໄສ ອາຊຽນ
23/01/2019 09:06
(VOVWORLD) -ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ ຫາກໍ່ສິ້ນສຸດລົງໃນວັນທີ 18 ມັງກອນ.

ໄປຄຽງຄູ່ກັບບັນດາເນື້ອໃນຄື: ວິວັດທະນາການສ້າງປະຊາຄົມ, ຊຸກຍູ້ການຮ່ວມສຳພັນເສດຖະກິດ, ເປີດກ້ວາງການພົວພັນຕ່າງປະເທດ…ຮັກສາຄວາມໝັ້ນຄົງຢູ່ທະເລຕາເວັນອອກ ກໍ່ແມ່ນເນື້ອໃນໄດ້ນຳມາປຶກສາຫາລື, ຖືນີ້ ແມ່ນຈຸດສຸມການຮ່ວມມືຂອງ ອາຊຽນ ໃນປີ 2019 ນີ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມ AMM Retreat 2019 ພາບ:TTXVN ໃນໄລຍະຜ່ານມາ, ສະພາບການຕົວຈິງຢູ່ທະເລຕາເວັນອອກຍັງຄົງຜັນແປ່ຢ່າງສັບສົນ, ການເຄື່ອນໄຫວດ້ານການທະຫານສືບຕໍ່ເພີ່ມຂຶ້ນ. ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ດຳເນີນໃນລະຫວ່າງວັນທີ 18 – 19 ມັງກອນ ຢູ່ ຊຽງໃໝ່, ໄທ ຜ່ານມາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວບູລະນະຖົມດິນເປັນເກາະ, ບູລະນະ ແລະ ບັນດາການເຄື່ອນໄຫວທີ່ເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ, ເພີ່ມຄວາມເຄັ່ງຕຶງ, ກໍ່ຄວາມເສຍຫາຍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
TAG
VOV/VOVworld/ທະເລຕາເວັນອອກ/ບຸລິມະສິດ/ເວທີປາໄສ/ອາຊຽນ
Related







