VOV WorldVOV World
ທີ່ຕັ້ງບົດບາດຂອງຫວຽດນາມ ໄດ້ຢັ້ງຢືນ ອີກຄັ້ງໜຶ່ງ ຢູ່ສະຫະປະຊາຊາດ
20/12/2018 09:19
(VOVWORLD) -ວັນທີ 18 ທັນວາ, ທີ່ການເລືອກຕັ້ງຊຸດທີ 73 ຂອງ ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ ນິວຢອກ, ສະຫະລັດ ອາເມລິກາ, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍການຄ້າສາກົນ ອາຍຸການ 2019 – 2025 ດ້ວຍຈໍານວນບັດເຫັນດີສູງ. ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ສໍາລັບບັນດາຜົນງານພັດທະນາຂອງຫວຽດນາມ, ພິເສດແມ່ນໃນການສ້າງລະບົບກົດໝາຍ ກໍຄືບັນດາຄວາມມານະພະຍາຍາມ ແລະການປະກອບສ່ວນຂອງ ຫວຽດນາມ ໃນບັນດາບັນຫາປະຕິຮູບ ແລະ ພັດທະນາຂອງ ສປຊ.
ທີ່ຕັ້ງບົດບາດຂອງຫວຽດນາມ  ໄດ້ຢັ້ງຢືນ ອີກຄັ້ງໜຶ່ງ ຢູ່ສະຫະປະຊາຊາດ
ດ້ວຍຈໍານວນບັດສະໜັບສະໜູນ ແມ່ນ 157/193 ບັດ, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍສາກົນ ອາຍຸການ 2019 – 2025. ເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກຂອງອົງການສໍາຄັນທີ່ສຸດຂອງ ສປຊ ໄດ້ເປັນການສະແດງໃຫ້ເຫັນ ອິດທິພົນຊື່ສຽງ ແລະ ການຮັບຮູ້ຂອງປະຊາຄົມສາກົນ ສໍາລັບບັນດາການປະກອບສ່ວນຂອງຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍ.
TAG
VOV/VOVworld/ປະຊາ​ຄົມ​ສາກົນ/ກົດໝາຍການຄ້າສາກົນ