VOV WorldVOV World
ຖື​ຄວາມອ​ີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ເພື່ອ​ສູ້​ຊົນ
18/02/2021 11:00
(VOVWORLD) -ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດ້ວຍຫລາຍເນື້ອໃນສຳຄັນ, ກຳນົດທິດພັດທະນາປະເທດຊາດ ພວມເລີມຕົ້ນຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວພັກ, ທົ່ວປວງຊົນ. ໃນມະຕິ, ພັກກອມມູນິດຫວຽດນາມ ສືບຕໍ່ຊາບຊຶມເລິກເຊິ່ງທຸກແຜນນະໂຍບາຍ, ນະໂຍບາຍແມ່ນເລີ່ມມາຈາກຄວາມມຸ່ງມາດປາດຖະຫນາ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນເປັນເປົ້າໝາຍເພື່ອສູ້ຊົນ.
ຖື​ຄວາມອ​ີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ເພື່ອ​ສູ້​ຊົນ
ທີ່ວາລະອັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນ ຄວາມຕັດສິນໃຈອັນໃຫຍ່ຫລວງໃນການກະທຳເພື່ອນຳມະຕິຂອງກອງປະຊຸມເຂົ້າມາປະຕິບັດໃນຊີວິດ.  “ ນຳເອົາມະຕິກອງປະຊຸມໃຫຍ່ເຂົ້າມາປະຕິບັດໃນຊີວິດ ຫັນຄວາມຕັດສິນໃຈສຳຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ ຫາກບໍ່ແມ່ນວາງອອກໃນກອງປະຊຸມຊື່ໆເທົ່ານັ້ນ. ນີ້ພຽງແຕ່ແມ່ນການເປີດສາກ, ເຮັດໄດ້ຫລືບໍ່?ຕ້ອງນຳເອົາຊັບສິນວັດຖຸ ຄວາມຮັ່ງມີ ແລະ ຄວາມຜາສຸກມາໃຫ້ປະຊາຊົນ. ນັ້ນຈຶ່ງແມ່ນຜົນສຳເລັດແທ້ຈິງຂອງກອງປະຊຸມໃຫຍ່”
TAG
VOV/VOVworld/ແນວຄິດຈິດໃຈ/ຊົມໃຊ້/ພັກກອມມູນິດ ຫວຽດນາມ