VOV WorldVOV World
ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”
11/11/2020 08:51
(VOVWORLD) - ວາລະຊັກຖາມຄັ້ງນີ້ ສືບຕໍ່ຮຽກຮ້ອງໃຫ້ມີຄວາມກະທັດຮັດ, ຄຳຕອບຕ້ອງຖືກຕາມຄວາມຕ້ອງການ, ຖືກຕາມເນື້ອໃນຊັກຖາມ, ຄຸນນະພາບວາລະຊັກຖາມກໍ່ໄດ້ຍົກສູງຂຶ້ນ. ແຕ່ລະຄົນຕັ້ງຄຳຖາມໃນເວລາ 1 ນາທີ, ຕາມການກຳນົດແລ້ວ ຄຳຕອບໃຊ້ເວລາຫລາຍສຸດແມ່ນ 3 ນາທີ.
ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ຫາກໍ່ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ. ຫາງສຽງສັງຄົມ ແລະ ສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຕໍ່ຄຸນນະພາບຂອງວາລະຊັກຖາມ ແລະ ຢືນຢັນວ່າ ວາລະຊັກຖາມໄດ້ດຳເນີນໄປໃນບັນຍາກາດມີປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ໄດ້ເຮັດແຈ້ງບັນດາບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ. ສະມາຊິກສະພາແຫ່ງຊາດຕອບສຳພາດຕໍ່ນັກຂ່າວ. ພາບ: ງອກແອງ/VOV5          ວາລະຊັກຖາມໄດ້ດຳເນີນໄປເປັນເວລາ 2 ມື້ເຄິ່ງ (ວັນທີ 6, 9 ແລະ ຕອນເຊົ້າວັນທີ 10), ມີສະມາຊິກສະພາແຫ່ງຊາດຊັກຖາມລວມທັງໝົດ 122 ທ່ານ, ສະມາຊິກສະພາແຫ່ງຊາດໂຕ້ວາທີ 41 ທ່ານ. ຮອງນາຍົກລັດຖະມົນຕີ 3 ທ່ານ, ລັດຖະມົນຕີ 15 ທ່ານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການກວດກາລັດຖະບານຕອບຄຳຊັກຖາມ. ຕອນສຸດທ້າຍຂອງວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວຄຳເຫັນເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງຕື່ມອີກ ຊຶ່ງຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.
TAG
VOV/VOVworld/ວາລະຊັກຖາມ/ປະຊາທິປະໄຕ/ກົງໄປກົງມາ/