ວິກິດການ ຢູ່ເວເນຊູເອລາ ຕ້ອງໄດ້ຮັບການແກ້ໄຂບົນພື້ນຖານເຈລະຈາໂດຍສັນຕິວິທີ
14/02/2019 09:20
(VOVWORLD) -ສະພາບການຈົນຕາແຈດ້ານການເມືອງ ຢູ່ ເວເນຊູເອລາ ນັບມື້ນັບເພີ່ມຂຶ້ນ ເມື່ອການນໍາຝ່າຍຄ້ານ, ທ່ານ Juan Guaido, ຜູ້ທີ່ອ້າງຊື່ເອງວ່າເປັນ “ປະທານາທິບໍດີຊົ່ວຄາວຂອງ ເວເນຊູເອລາ” ແລະ ທ່ານ Nicolas Maduro ພວມດໍາລົງຕໍາແໜ່ງປະທານາທິບໍດີ ເວເນຊູເອລາ ຍັງບໍ່ສາມາດດໍາເນີນການເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂໄດ້. ໃນຂະນະນັ້ນ, ສປຊ ກໍພວມມານະພະຍາຍາມຊຸກຍູ້ການຮຽກຮ້ອງການຮ່ວມມືຈາກສາກົນ ເພື່ອແນໃສ່ສະກັດກັ້ນວິກິດການມະນຸດສະທໍາຢູ່ປະເທດນີ້.

ໃນສະພາບການຜັນແປຫຼ້າສຸດ, ວັນທີ 11 ກຸມພາ, ອາເມລິກາ ໄດ້ຍື່ນສະເໜີຮ່າງມະຕິກ່ຽວກັບ ເວເນຊູເອລາ ຕໍ່ ສະພາຄວາມໝັ້ນຄົງ ສປຊ, ຮຽກຮ້ອງການຊ່ວຍເຫຼືອສາກົນ ແລະ ການປ່ອນບັດເລືອກຕັ້ງປະທານາທິບໍດີ ຢູ່ເວເນຊູເອລາ. ກົງກັນຂ້າມ, ມົດສະກູ ໄດ້ຍົກອອກມະຕິປ່ຽນແທນ, ໂດຍສະແດງຄວາມວິຕົກກັງວົນຕໍ່ອະທິປະໄຕອັນຄົບຖ້ວນ ແລະ ຄວາມເປັນເອກະລາດທາງດ້ານການເມືອງຂອງ ເວເນຊູເອລາ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Nicolas Maduro ກໍາລັງດໍາເນີນການຊ້ອມຮົບໃຫຍ່ທີ່ບໍ່ເຄີຍມີມາກ່ອນ ໃນຮອບ 200 ປີ ທີ່ຜ່ານມາ, ເພື່ອແນໃສ່ສົ່ງສານອອກໄປວ່າ Caracas ພ້ອມແລ້ວທີ່ຈະໂຕ້ຕອບທຸກການກະທໍາ ທີ່ແຊກແຊງທາງດ້ານການທະຫານຈາກພາຍນອກ. ການກະທໍາດັ່ງກ່າວ ກໍໄດ້ຮັບຖືວ່າ ເປັນປະຕິກະລິຍາຕອບໂຕ້ຂອງທ່ານ Nicolas Maduro ຕໍ່ໜ້າຂໍ້ມູນຂ່າວທີ່ວ່າ ອາເມລິກາ ອາດຈະຈັດສົ່ງຕັ້ງນາຍທະຫານຈໍານວນ 5.000 ຄົນ ໄປຍັງເຂດຊາຍແດນ ໂກລົມເບຍ ເຊິ່ງເປັນປະເທດທີ່ມີຊາຍແດນຕິດກັບ ເວເນຊູເອລາ.
TAG
VOV/VOVworld/ວິກິດການຢູ່ເວເນຊູເອລາ/ອັດຕາໄພເງິນເຟີ້/ສະໜັບສະໜູນ/ສັນຕິວິທີ/ແກ້ໄຂ
Related







