ວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງກັບການພັດທະນາຂອງປະເທດຊາດ
06/09/2022 09:30
(VOVWORLD) -ວັນທີ 7 ກັນຍາ 1945, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ອອກອາກາດລາຍການກະຈາຍສຽງທຳອິດ ດ້ວຍພາສາ ຫວຽດ, ພາສາອັງກິດ ແລະ ພາສາ ຝລັ່ງ. ໃນລາຍການນັ້ນ, ສຽງເວົ້າອັນຊອບທຳຂອງປະຊາຊົນ ຫວຽດນາມ, ຂອງປະເທດ ຫວຽດນາມ ເອກະລາດ, ຄວາມມຸ່ງຫວັງສັນຕິພາບ, ເສລີພາບ ໄດ້ສົ່ງເຖິງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດ, ປະຊາຊົນສາກົນ. ນັບແຕ່ນັ້ນມາຮອດປັດຈຸບັນ, VOV ມີການປ່ຽນແປງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຮ່ວມເດີນທາງພ້ອມກັບປະເທດຊາດຜ່ານຫຼາຍໄລຍະປະຫວັດສາດທີ່ລຳບາກກາກກຳ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍ່ສະຫງ່າອົງອາດ.

ນັບແຕ່ທ້າຍເດືອນສິງຫາ ປີ 1945, ໃນເສັ້ນທາງຈາກບັ້ນຮົບ ຫວຽດບັກ ກັບມາ ຮ່າໂນ້ຍ, ປະທານ ໂຮ່ຈີມິນ ເວົ້າວ່າ ພາຍຫຼັງທີ່ຍາດໄດ້ອຳນາດປົກຄອງ, ສ້າງລັດຖະບານໃໝ່ສຳເລັດ, ໜຶ່ງໃນບັນດາວຽກງານສຳຄັນທຳອິດແມ່ນ ຕ້ອງສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ. ພາຍໃຕ້ການຊີ້ນຳ, ນຳພາເປັນປະຈຳຂອງປະທານ ໂຮ່ຈີມິນ, VOV ໄດ້ສື່ສານ, ໂຄສະນາເຜີຍແຜ່ບັນດາໜ້າທີ່ສຳຄັນ, ຮີບດ່ວນ ແລະ ຈຳເປັນ.
TAG
VOV/VOVworld/ມະຫັດສະຈັນ/VOV/ກະຈາຍສຽງ
Related
More








