ວິທະຍາສາດເຕັກໂນໂລຢີ ກາຍເປັນບາດກ້າວບຸກທະລຸຍຸດທະສາດ
21/01/2019 09:35
(VOVWORLD) - ບັນດາຜົນງານທີ່ບັນລຸໄດ້ໃນປີ 2018 ແມ່ນກໍາລັງໜູນທີ່ສໍາຄັນເພື່ອໃຫ້ຫວຽດນາມມຸ່ງໄປສູ່ເປົ້າໝາຍວິທະຍາສາດ, ເຕັກໂນໂລຢີ ກາຍເປັນຂອດຍຸດທະສາດກະໂດດຂັ້ນ.

ໃນວາລະປະຊຸມທ້າຍອາທິດຜ່ານມາຂອງອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ ຄັ້ງທີ 13, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ພ້ອມກັບບັນດາບາດກ້າວບຸກທະລຸຍຸດທະສາດໃນປັດຈຸບັນ, ຫວຽດນາມ ຄວນຖືວິທະຍາສາດເຕັກໂນໂລຢີ ກາຍເປັນບາດກ້າວບຸກທະລຸ ນໍາປະເທດຊາດບືນຕົວຂຶ້ນ. ຄໍາຢັ້ງຢືນຂອງນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະປາຍຂອງພັກ, ລັດ ທີ່ຍາມໃດກໍຖືການພັດທະນາ ແລະ ການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນ ກໍາລັງໜູນເພື່ອພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ. ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດຕັດສິນເຖິງການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ທັງເປັນພາຫະນະ ທັງເປັນກໍາລັງໜູນ ທັງເປັນເປົ້າໝາຍຂອງການພັດທະນາ. ບັນດາຄວາມກ້າວໜ້າຂອງວິທະຍາສາດ - ເຕັກໂນໂລຢີ ໃນຍຸກປັດຈຸບັນ ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກັບການພັດທະນາຢ່າງແຮງຂອງພື້ນຖານເສດຖະກິດໂລກ.
TAG
VOV/VOVworld/ບາດກ້າວກະໂດດຂັ້ນ/ຍຸດທະສາດ/ເຕັກໂນໂລຢີ/ກົນລະສາດ
Related







