ວິທະຍຸກະຈາຍສຽງຫວຽດນາມ ເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ
07/09/2016 08:53
(vovworld)- ວັນທີ 7/9/2016, ວິທະຍຸກະຈາຍສຽງຫວຽດນາມ (VOV) ສະເຫລີມສະຫລອງ 71 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2016).

(vovworld)- ວັນທີ 7/9/2016, ວິທະຍຸກະຈາຍສຽງຫວຽດນາມ (VOV) ສະເຫລີມສະຫລອງ 71 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2016). ນັບແຕ່ມື້ອອກອາກາດລາຍການກະຈາຍສຽງທຳອິດເມື່ອລະດູໃບໄມ້ຫລົ່ນປີ 1945, ວິທະຍຸກະຈາຍສຽງຫວຽດນາມ ແມ່ນເພື່ອນສະຫນິດສະຫນົມກັບຜູ້ຟັງນັບສີບໆລ້ານຄົນຢູ່ພາຍໃນປະເທດ ພ້ອມທັງແມ່ນແຫລ່ງຂໍ້ມູນຂ່າວທີ່ມີປະໂຫຍດສຳລັບຜູ້ຟັງ, ເພື່ອນມິດສາກົນນັບລ້ານໆຄົນ. ປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ແມ່ນຫນຶ່ງໃນບັນດາອົງການສື່ມວນຊົນຫລາຍປະເພດແຖວຫນ້າຂອງປະເທດຊາດ, ດຶງດູດຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານເປັນຈຳນວນຫລວງຫລາຍ. ຊ່ອງລາຍການກະຈາຍສຽງຈາລະຈອນ 71 ປີຜ່ານມາ, ຄຳຂຶ້ນຕົ້ນລາຍການ “ທີ່ນີ້ ສະຖານີວິທະຍຸກະຈາຍສຽງຫວຽດນາມ ກະຈາຍສຽງຈາກຮ່າໂນ້ຍ ນະຄອນຫລວງຂອງປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ” ແລະ ພາຍຫລັງນັ້ນ ແມ່ນ “ນະຄອນຫລວງຂອງປະເທດ ສສຫວຽດນາມ” ໄດ້ສະຫນິດຕິດພັນກັບຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ. ໃນປະຫວັດແຫ່ງການພັດທະນາ, VOV ຍາມໃດກໍຮ່ວມເດີນທາງກັບບັນດາການຕໍ່ສູ້ກູ້ຊາດຂອງຊາດ, ວິວັດທະນາການປ່ຽນແປງໃຫມ່ ແລະ ສ້າງສາປະເທດຊາດ ໂດຍພັກກອມມູນິດຫວຽດນາມ ລິເລີ່ມ ແລະ ຊີ້ນຳນຳພາ. VOV ທັງສ່ອງແສງ, ທັງເຂົ້າຮ່ວມໂດຍກົງແນວຮົບຖະແຫລງຂ່າວ. ຊື່ສຽງຂອງ VOV ນັບມື້ນັບດັງກ້ອງກັງວານໄປເຖິງ 5 ທະວີບ, ປະກອບສ່ວນເຊື່ອມຕໍ່ກຳລັງແຮງຂອງຍຸກປະຈຸບັນກັບກຳລັງແຮງຂອງຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຂົ້າຮ່ວມການກໍໍ່ສ້າງ, ຮັກສາສັນຕິພາບໃນໂລກ. ສຳລັບຜູ້ຟັງຢູ່ພາຍໃນປະເທດແລ້ວ, VOV ຍັງຄົງແມ່ນຊ່ອງຂໍ້ມູນຂ່າວຕົ້ນຕໍໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ, ເປັນການລະດົມກຳລັງໃຈປະຊາຊົນເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍສິດເປັນເຈົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ, ລະດົມ ເຊີດຊູສິ່ງທີ່ດີງາມ ແລະ ຄວາມກ້າວຫນ້າ, ສ້າງພື້ນຖານດ້ານວັດທະນະທຳຫວຽດນາມ ກ້າວຫນ້າເຂັ້ມຂົ້ນໄປດ້ວຍສີສັນຊາດ. ໃນໄລຍະທີ່ຄວາມຕ້ອງການດ້ານຂໍ້ມູນຂ່າວສານ ກະໂດດຂັ້ນຄືປະຈຸບັນ, VOV ມີຜູ້ຟັງນິຍົມເປັນຈຳນວນຫລວງຫລາຍ. ທ່ານ ຫງວຽນວັນຕອງ, ຢູ່ ນະຄອນ ໂຮ່ຈິມີນ ຊື່ງແມ່ນຫນຶ່ງໃນບັນດາຜູ້ຟັງສະຫນິດສະຫນົມກັບ VOV ເປັນເວລານັບສິບປີ ແລະ ຍາມໃດທ່ານກໍມີຄວາມຊີນເຄີຍຕິດຕາມຮັບຟັງບັນດາລາຍການຂອງ VOV ເປັນປະຈຳ. ປະຈຸບັນ ເຖິງວ່າ ອາຍຸສູງແລ້ວກໍຕາມ ແຕ່ ວິທະຍຸຍາມໃດກໍແມ່ນເພື່ອນສະຫນິດສະຫນົມຂອງທ່ານ.
TAG
vovworld/ພາກພາສາ
Related
More








