ຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
30/11/2015 09:14
(vovworld)- ວັນທີ 30/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ນຳຫນ້າ ຄະນະຜູ້ແທນຫວຽດນາມ

(vovworld)- ວັນທີ 30/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ນຳຫນ້າ ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 21 (COP- 21) ຢູ່ ປາຣີ ປະເທດ ຝລັ່ງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຫວຽດນາມ ສືບຕໍ່ ຢືນຢັນກັບໂລກກ່ຽວກັບຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງຕົນ, ນັ້ນແມ່ນສືບຕໍ່ ເປັນເຈົ້າການ, ມີຄວາມຮັບຜິດຊອບພ້ອມກັບວົງຄະນາຍາດສາກົນ ຮ່ວມແຮງຮ່ວມໃຈມາພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍບັນດາການກະທຳລະອຽດ ນັບທັງລະດັບຊາດ ແລະ ສາກົນ.
TAG
vovworld/ປ່ຽນແປງຂອງດິນຟ້າອາກາດ
Related
More








