ຮ່່ວມແຮງຮ່ວມໃຈ,ພ້ອມກັນບັນເທົາ “ຄວາມເຈັບປວດຈາກທາດພິດສີສົ້ມ”
10/08/2017 10:49
(VOVWORLD) -ວັນທີ 10 ສິງຫາ ແມ່ນວັນສະເຫລີມສະຫລອງ 56 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ ຫວຽດນາມ (10/8/1961-10/8/2017). ພານຫລັງ 56 ປີນັບແຕ່ເມື່ອກອງທັບ ອາເມລິກາ ໄດ້ຫວ່ານທາດພິດສີສົ້ມລົງໃສ່ສະຫນາມຮົບ ຫວຽດນາມ, ວິນາດສະກຳທາດພິດສີສົ້ມ ພວມສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງຊີວິດຂອງຜູ້ເຂົ້າຮ່ວມການຕໍ່ຕ້ານໂດຍກົງກໍຄືລູກຫລານຂອງເຂົາເຈົ້າ. ນະໂຍບາຍຫນູນຊ່ວຍຂອງລັດສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ການຮ່ວມແຮງຮ່ວມໃຈຊ່ວຍເຫລືອຈາກທັງປະຊາຄົມໄດ້ຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຜ່ານຜ່າບັນດາຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ.

ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນັບແຕ່ປີ 1961-1971, ກອງທັບ ອາເມລິກາ ໄດ້ຫວ່ານທາດພິດເຄມີປະມານ 80 ລ້ານລິດ ລົງໃສ່ເນື້ອທີ່ດິນທາງພາກໃຕ້ຫວຽດນາມ ເກືອບ 1/4. ທາດພິດເຄມີ ໄດ້ກໍ່ຜົນສະທ້ອນຫລາຍຢ່າງທີ່ຍາວນານເຖິງສິ່ງແວດລ້ອມ, ລະບົບຊີວະພາບ ແລະ ສົ່ງຜົນກະທົບເຖິງສຸຂະພາບຂອງມະນຸດ.
TAG
VOV/VOVworld/ທາດພິດສີສົ້ມ
Related








