ຮ່ວມສໍາພັນລະຫວ່າງເຂດ, ພາກ ເພື່ອພັດທະນາເສດຖະກິດທາງພາກກາງ
18/02/2019 08:13
(VOVWORLD) - ພັດທະນາກຸ່ມ, ຂະແໜງການຢ່າງຄົບຊຸດ ແມ່ນຄໍາຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ກອງປະຊຸມພັດທະນາການທ່ອງທ່ຽວທາງພາກກາງ ແລະ ໄຕງວຽນ ທີ່ຖືກດໍາເນີນໃນທ້າຍ ອາທິດຜ່ານມາ, ຢູ່ນະຄອນເຫວ້ຂອງຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນປັດໄຈແກ່ນສານເພື່ອສ້າງກໍາລັງແຮງໃໝ່ໃຫ້ແກ່ການທ່ອງທ່ຽວທາງພາກກາງ - ໄຕງວຽນ ພັດທະນາ, ປະກອບສ່ວນສໍາຄັນ ເພື່ອຊຸກຍູ້ເສດຖະກິດໃນຂົງເຂດບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ.

ພາກກາງ - ໄຕງວຽນຂອງ ຫວຽດນາມ ລວມມີ 19 ແຂວງ, ນະຄອນ, ມີປະຊາກອນ 24 ລ້ານຄົນ, ມີຝັ່ງທະເລຍາວເກືອບ 1.900 Km ດ້ວຍບັນດາຫາດຊາຍທະເລ ແລະ ອ່າວທີ່ມີຄວາມງາມລະດັບສາກົນຫຼາຍແຫ່ງ. ນີ້ແມ່ນເຂດສໍາຄັນໃນແຜນທີ່ທ່ອງທ່ຽວຂອງຫວຽດນາມ ດ້ວຍສະໜາມບິນ 12 ແຫ່ງ, ໃນນັ້ນ ມີສະໜາມບິນສາກົນ 5 ແຫ່ງ. ໄປຄຽງຄູ່ກັນນັ້ນ ແມ່ນທ່າແຮງຂອງການທ່ອງທ່ຽວວັດທະນະທໍາ ກັບມໍລະດົກໂລກ 14 ແຫ່ງ ແລະ ມໍລະດົກລະດັບຊາດພິເສດ 40 ແຫ່ງ. ໃນປີ 2018, ຈໍານວນແຂກທ່ອງທ່ຽວທັງໝົດທີ່ມາທ່ຽວເຂດພາກກາງ ແລະ ໄຕງວຽນ ບັນລຸເຖິງ 58 ລ້ານເທື່ອຄົນ (ໃນນັ້ນ, ຈໍານວນແຂກທ່ອງທ່ຽວແມ່ນກວມເອົາ 9,5 ລ້ານເທື່ອຄົນ).
TAG
VOV/VOVworld/ພັດທະນາການທ່ອງທ່ຽວ/ເຂດພາກກາງ - ໄຕງວຽນ/ຫາດຊາຍທະເລ
Related







