ວົງຄະນະຍາດສາກົນມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ
18/05/2021 08:28
(VOVWORLD) -ໃນສະພາບການປະທະກັນດ້ວຍການປະກອບອາວຸດ ທີ່ນັບມື້ນັບປິນຂັ້ນໄດຢ່າງຮ້າຍແຮງ ລະຫວ່າງ Israel ແລະ ຂະບວນການອິດສະລາມ Hamas ຂອງ Palestine ໃນໄລຍະຜ່ານມານັ້ນ, ວົງຄະນະຍາດສາກົນ ພວມມານະພະຍາຍາມ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນການປະທະກັນປິນຂັ້ນໄດ.

(ພາບ: AFP) ພາຍຫຼັງໄດ້ເກີດຂຶ້ນມາເປັນເວລາ 1 ເດືອນ, ມາຮອດປະຈຸບັນ, ບັນດາການປະທະກັນທາງຊາຍແດນລະຫວ່າງ Israel ແລະ Hamas ຢູ່ເຂດ Gaza ໄດ້ເຮັດໃຫ້ຊາວ Palestine ນັບຮ້ອຍຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ ພ້ອມກັບນັບພັນຄົນຖືກບາດເຈັບ, ເຮືອນຊານ ແລະ ກິດຈະກຳພື້ນຖານໂຄງລ່າງຫຼາຍແຫ່ງຖືກທຳລາຍ. ຕໍ່ໜ້າສະພາບການດັ່ງກ່າວ ວົງຄະນະຍາດສາກົນໄດ້ຕັ້ງໜ້າດຳເນີນຄວາມມານະພະຍາຍາມຫຼາຍຢ່າງເພື່ອຢຸດຕິການປະທະກັນ.
TAG
VOV/VOVworld/ວົງຄະນະຍາດສາກົນ/ຫລຸດຜ່ອນຄວາມເຄັ່ງຕຶງ/ຕາເວັນອອກກາງ/Palestine-Israel/Hezbollah/Hamas/ສິ່ງທ້າທາຍ ແລະ ແງ່ຫວັງ
Related








