VOV WorldVOV World
ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ
24/02/2021 15:37
(VOVWORLD) - ໃນຊຸມວັນກ່ອນ ແລະ ພາຍຫລັງບຸນເຕັດປີສະຫລູ 2021, ທັງລະບົບການເມືອງແຕ່ສູນກາງລົງທ້ອງຖິ່ນ ແລະ ກອງທັບ, ປະຊາຊົນ ຫວຽດນາມ ລ້ວນແຕ່ຮ່ວມແຮງຮ່ວມໃຈ, ມານະພະຍາຍາມເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ
ໂລກລະບາດໄດ້ຮັບການຄວບຄຸມເປັນປົກກະຕິ ໃນສະພາບການທົ່ວປະເທດເລີ່ມຕົ້ນປະຕິບັດບັນດາໜ້າທີ່ພັດທະນາການຜະລິດໃນຊຸມວັນຕົ້ນປີສະຫລູ, ທັບມ້າງຖ້ອຍທຳນອງໃສ່ຮ້າຍປ້າຍສີສະພາບຕົວຈິງຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ. ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ  ບັນດາການນຳລັດຖະບານ ແລະ ບັນດາທ້ອງຖິ່ນໄດ້ດຳເນີນປະຊຸມທັງເວັນ ແລະ ຄືນ ເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດ, ກຳລັງທະຫານປ້ອງກັນຊາຍແດນໄດ້ເວນຍາມຢູ່ບັນດາຄ້າຍທະຫານ, ກົມກອງຕາມເສັ້ນຊາຍແດນ; ພະນັກງານ, ນັກຮົບກຳລັງປະກອບອາວຸດ, ພາລະກອນການແພດພ້ອມດ້ວຍກຳລັງອື່ນນັບຫລາຍພັນຄົນໄດ້ເວນຍາມ, ຮັບໃຊ້ຢູ່ບັນດາເຂດແຍກຕົວ, ເຂດປິດລ້ອມ ແລະ ສີດຢາຂ້າເຊື້ອ, ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19. ໝາກຜົນແມ່ນ ການແຜ່ລະບາດໂຄວິດ-19 ຄັ້ງທີ 3 ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມໂດຍໄວ. ໃນໄລຍະບຸນເຕັດປີສະຫລຸ, ປະຊາຊົນທົ່ວປະເທດຍັງມີຄວາມເບີກບານມ່ວນຊື່ນຕ້ອນຮັບລະດູບານໃໝ່, ບຸນເຕັດໃນສະພາບປົກກະຕິໃໝ່. ເຂົາເຈົ້າຍັງໄປຕະຫລາດຂາຍດອກໄມ້, ໄປຮ້ານຊັບພະສິນຄ້າເພື່ອຊື້ເຄື່ອງຂອງ, ລົງໄປທັດສະນະສຶກສາຢູ່ຫລາຍແຫ່ງ…ເຊິ່ງບໍ່ຢ້ານກົວຕໍ່ໂລກລະບາດໂຄວິດ-19 ເມື່ອປະຕິບັດບັນດາມາດຕະການກັນໂຄວິດຢ່າງຄົບຖ້ວນ.
TAG
VOV/VOVworld/ຢຶດໝັ້ນ/ພັດທະນາ/ສຸຂະພາບ/ປະຊາຊົນ