ໄປທ່ອງທ່ຽວ ຢູ່ ແຂວງ ກາວບັ່ງ
02/01/2013 10:24
ກາວບັ່ງແມ່ນແຂວງພູດອຍທາງທິດເຫນືອ ຫວຽດນາມ ມີພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ແລະ ແມ່ນ້ຳລຳເຊຫລາຍສາຍ

(vovworld) - ກາວບັ່ງ ແມ່ນແຂວງ ຊາຍແດນທີ່ຂຶ້ນກັບເຂດຕາເວັນອອກສຽງເຫນືອ ຫວຽດນາມ. ທາງທິດຕາເວັນຕົກ ແມ່ນຕິດກັບແຂວງ ຕວຽນກວາງ ແລະ ຮ່າຢາງ, ທາງທິດໃຕ້ແມ່ນຕິດກັບແຂວງ ບັກກ້ານ ແລະ ລ້າງເຊີນ, ທາງທິດເຫນືອ ແລະ ທາງທິດຕາເວັນອອກແມ່ນຕິດກັບແຂວງ ກວາງສີ ຂອງຈີນ. ອາດຈະເວົ້າໄດ້ວ່າ, ກາວບັ່ງແມ່ນແຂວງພູດອຍທາງທິດເຫນືອ ຫວຽດນາມ ມີພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ແລະ ແມ່ນ້ຳລຳເຊຫລາຍສາຍ. ໃນລາຍການທ່ອງທ່ຽວພາກນີ້ ເຊີນທ່ານຄົ້ນຫາແຂວງ ກາວບັ່ງ ຜ່ານບົດຂຽນຂອງນັກຂ່າວ ລານແອງ.
TAG
ຫ້ວຍ/ແມ່ນ້ຳລຳເຊ
Related
More








