ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຍາດຊົນເຜົ່າຢ້າວໂລກາງ ຢູ່ແຂວງ ຖ໋າຍງວຽນ
04/08/2018 06:00
(VOVWORLD) -ຊົນເຜົ່າຢ້າວ ແມ່ນໜຶ່ງໃນ 8 ຊົນເຜົ່າທີ່ມີປະຊາກອນຫຼາຍທີ່ສຸດ ຢູ່ແຂວງ ຖ໋າຍງວຽນ. ພ້ອມກັບບັນດາຊົນເຜົ່າອ້າຍນ້ອງອື່ນໆໃນບໍລິເວນ, ຊາວເຜົ່າຢ້າວໂລກາງ ຢູ່ຕາແສງ ເຫີບຕ໋ຽນ, ເມືອງ ດົ່ງຮີ໋, ແຂວງ ຖ໋າຍງວຽນ ກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ ແລະ ກາຍເປັນບັນດາຜູ້ທີ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນຢ່າງແທ້ຈິງ.

ຕາແສງ ເຫີບຕ໋ຽນ, ເມືອງ ດົ່ງຮີ໋, ແຂວງ ຖ໋າຍງວຽນ ມີ2/3 ຈຳນວນປະຊາກອນເຖິງ ແມ່ນຊາວເຜົ່າສ່ວນໜ້ອຍ, ໃນນັ້ນ ຕົ້ນຕໍແມ່ນຊາວເຜົ່າຢ້າວ, ຂຶ້ນກັບກຸ່ມຢ້າວໂລກາງ. ໂດຍແມ່ນຊົນເຜົ່າກວມເອົາສ່ວນຫຼາຍໃນທ້ອງຖິ່ນ ສະນັ້ນ ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດຊົນເຜົ່າຢ້າວ ເຫີບຕ໋ຽນ ຍາມໃດກໍໄດ້ຮັບການຮັກສາ ແລະ ພັດທະນາ. ດຳລົງຊີວິດຢູ່ຮ່ວມກັບຫຼາຍຊົນເຜົ່າອື່ນ, ດ້ວຍພາສາປາກເວົ້າ, ຊຸດອາພອນປະຈຳເຜົ່າ ແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນພິເສດຂອງຊົນເຜົ່າຢ້າວແດງໂລກາງ. ບັນດາຊຸດອາພອນທີ່ມີສີສັນ ຫຼາກຫຼາຍ ເປັນການສະແດງເຖິງຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ຄວາມລະອຽດລະອໍໃນການຫຍິບຖັກປັກແສ່ວຂອງບັນດາແມ່ຍິງຊາວເຜົ່າຢ້າວ… ຜ່ານນັ້ນ ກໍໄດ້ປະກອບສ່ວນຖ່າຍທອດໃຫ້ຄົນລຸ້ນຫຼັງເພື່ອໃຫ້ເຂົາເຈົ້າ ເຄົາລົບ ແລະ ປົກປັກຮັກສາຈຸດວັດທະນະທຳຂອງເຜົ່າຕົນ. ບັນດາແມ່ຍິງຊາວເຜົ່າຢ້າວໂລກາງ ຢູ່ ເຫີບຕ໋ຽນ ຍັງຄົງນຸ່ງຊຸດອາພອນປະຈຳເຜົ່າໃນການດຳເນີນຊີວິດປະຈຳວັນ, ການອອກແຮງງານ ແຕ່ເປັນຕົ້ນແມ່ນແມ່ຍິງອາຍຸໄວກາງຂຶ້ນໄປ. ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນ ຢູ່ ເຫີບຕ໋ຽນ ກໍມີໄວໜຸ່ມຫຼາຍຄົນ ໄດ້ ແລະ ພວມຮຽນການຫຍິບຖັກປັກແສ່ວ, ການປະດັບປະດາລວດລາຍໃນຊຸດອາພອນຂອງຊົນເຜົ່າຕົນຄືນໃໝ່. ການຕັດຫຍິບຊຸດອາພອນ ກໍຍັງໄດ້ໝູນໃຊ້ຈັກຫຍິບ ເພື່ອເຮັດໃຫ້ຊຸດອາພອນນັ້ນງາມກວ່າເກົ່າ. ເອື້ອຍ ຈ້ຽວທິຖູຍ, ຊາວເຜົ່າຢ້າວ ຢູ່ຄຸ້ມບ້ານ ໝໍຊັດ, ໃນແຕ່ລະປີ ຍັງຕັດຫຍິບຊຸດອາພອນຊົນເຜົ່ານັບສິບໆຊຸດ ດ້ວຍຈັກຫຍິບ. ກໍພ້ອມກັບເຄື່ອງນຸ່ງຂອງຖືທີ່ຕັດຫຍິບຕາມຄວາມຕ້ອງການຂອງແມ່ຍິງຊາວເຜົ່າຢ້າວ ຢູ່ໃນທ້ອງຖິ່ນນັ້ນ, ເອື້ອຍ ຖູຍ ກໍໄດ້ສຸມຈິດສຸມໃຈໃນການຮ່ຳຮຽນ ແລະ ຜະລິດອອກບັນດາຜະລິດຕະພັນເຄື່ອງປັກແສ່ວທີ່ມີສີສັນຊົນເຜົ່າຢ້າວ. ເອື້ອຍ ຈ້ຽວທິຖູຍ ໃຫ້ຮູ້ວ່າ: “ ກ່ອນ ນີ້ ພຽງ ເຮັດ ດ້ວຍ ມື ເທົ່ານັ້ນ , ໂສ້ງ ເສື້ອ ກໍລ້ວນແຕ່ຖືກ ຫຍິບ ດ້ວຍ ມື , ຕັດ ເອງ ຫຍິບ ເອງ . ເມື່ອ ຮູ້ ໃຊ້ ຈັກ ຫຍິບ , ແມ່ ຂ້າ ພະ ເຈົ້າ ໄດ້ ເວົ້າ ວ່າ ດຽວນີ້ ຮູ ້ ຫຍິບ ດ້ວຍ ຈັກ ແລ້ວ ແມ່ນ ເຮົາ ຫຍິບ ດ້ວຍ ຈັກ ຈະ ງາມກວ່າ . ຂ້າ ພະ ເຈົ້າຫວັງ ເປັນ ຢ່າງ ຍິ່ງວ່າ ເອື້ອຍ ນ້ອງ ແມ່ຍິງ ຊົນ ເຜົ່າ ເຮົາ ຈະ ຮັກ ສາ ສີສັນ ຊົນ ເຜົ່າ ແລະ ຮັກ ສາ ຊຸດ ອາ ພອນ ຂອງ ຊົນ ເຜົ່າ ຕົນ ໄວ້ ” .
TAG
VOV/VOVworld/ຊຸດອາພອນ/ຊົນເຜົ່າຢ້າວ/ຖ໋າຍງວຽນ
Related
More








.jpg)