ການຊື້ເຄື່ອງຂອງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ
10/10/2012 09:00
ຮ່າໂນ້ຍແມ່ນສະຖານທີ່ດູດດື່ມແຫ່ງທີ 6 ຢູ່ ອາຊີ. ນັ້ນແມ່ນຜົນແຫ່ງການຄັດເລືອກຂອງວາລະສານ Smart Travel Asia online ຮົ່ງກົງ ປະເທດຈີນ

(vovworld)- ຮ່າໂນ້ຍແມ່ນສະຖານທີ່ດູດດື່ມແຫ່ງທີ 6 ຢູ່ ອາຊີ. ນັ້ນແມ່ນຜົນແຫ່ງການຄັດເລືອກຂອງວາລະສານ Smart Travel Asia online ຮົ່ງກົງ ປະເທດຈີນ. ແຕ່ລະປີ, ຜູ້ອ່ານຂອງວາລະສານດັ່ງກ່າວລ້ວນແຕ່ຄັດເລືອກບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມກວ່າໝູ່ຢູ່ອາຊີ ຕາມບັນດາມາດຕະຖານຖື: ນະຄອນພັກຜ່ອນບຳລຸງສຸຂະພາບດີທີ່ສຸດ; ນະຄອນຊື້ເຄື່ອງຂອງດີທີ່ສຸດ; ນະຄອນດຳເນີນທຸລະກິດດີທີ່ສຸດ; ບັນດາໂຮງແຮມ, ຮ້ານອາຫານ, ບໍລິສັດການບິນດີທີ່ສຸດ... ນະຄອນຮ່າໂນ້ຍແມ່ນນະຄອນທີ່ເກົ່າແກ່ດ້ວຍປະຫວັດເປັນມານັບພັນປີ ແລະ ແມ່ນແຫ່ງທີ່ສະຫງົບງຽບ, ມີທິວທັດທຳມະຊາດສວຍງາມ, ຊາວຮ່າໂນ້ຍແມ່ນຜູ້ຮັກແພງແຂກຄົນ, ເຍື່ອງອາຫານຢູູ່ຮ່າໂນ້ຍກໍແຊບນົວ, ຮ້ານຂາຍເຄື່ອງອຸດົມສົມບູນ... ຮ່າໂນ້ຍແມ່ນສະຖານທີ່ທ່ອງທ່ຽວທີ່ບັນລຸໄດ້ບັນດາມາດຕະຖານຊື່ງວາລະສານທ່ອງທ່ຽວດັ່ງກ່າວໄດ້ວາງອອກ.
TAG
ຖະຫນົນເກົ່າ
Related
More








.jpg)