VOV WorldVOV World
​ຄວາມ​ງາມ​ແຫ່ງຄວາມ​ຮັກ​ໃນຜ້າ​ປຽວຂ​ອງ​ແມ່​ຍິງຊາວ​ເຜົ່າຜູ້​ໄທ
06/05/2019 00:19
(VOVWORLD) - ສຳລັບພໍ່ແມ່ປະຊາຊົນ ເຜົ່າ ໄທດຳ ທີ່ດຳລົງຊີວິດຢູ່ເຂດພູສູງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ຫວຽດນາມ ແລ້ວ, ຜ້າປຽວ (ແພຕາລ່ອງຄຽນຫົວ) ມີຄວາມໝາຍດ້ານຈິດວິນຍານປຽບເໝືອນດັ່ງເຄື່ອງຂອງມັດຈຳໃນຄວາມຮັກ, ເປັນສ່ວນໜຶ່ງໃນຊຸດອາພອນທີ່ສ້າງເປັນຄວາມງາມສະເພາະຂອງແມ່ຍິງ. ຍ້ອນແນວນັ້ນ, ແມ່ຍິງ ຊາວເຜົ່າໄທດຳ ໃນເມື່ອກ່ອນ ຜູ້ໃດກໍຮູ້ຈັກປັກແສ່ວ ແລະ ເຮັດຜ້າປຽວນີ້.
​ຄວາມ​ງາມ​ແຫ່ງຄວາມ​ຮັກ​ໃນຜ້າ​ປຽວຂ​ອງ​ແມ່​ຍິງຊາວ​ເຜົ່າຜູ້​ໄທ
ຜ້າປຽວດ້ວຍບັນດາລວດລາຍທີ່ງາມຕາ    ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນ ເຜົ່າ ຜູ້ໄທ ແລ້ວ, ຜ້າປຽວ ກໍແມ່ນໜຶ່ງໃນບັນດາມາດຖານເພື່ອຕີລາຄາແມ່ຍິງ ຜູ້ໄທ. ສຳລັບແມ່ຍິງ ໄທດຳ ເຂດໄຕບັກ ແລ້ວ, ຜ້າປຽວແມ່ນໜຶ່ງໃນຊຸດອາພອນທີ່ປະກອບສ່ວນເພີ່ມຄວາມງາມໃຫ້ເຂົາເຈົ້າຕື່ມອີກ. ໃນການດຳລົງຊີວິດ, ຜ້າປຽວຮັບຮູ້ຖືຄືວ່າແມ່ນຂອງຂວັນ, ແມ່ນເຄື່ອງມັດຈຳ ຫຼື ເປັນບ່ອນຝາກຝັງແນວຄິດຈິດໃຈ, ອາລົມຈິດຂອງແມ່ຍິງ ຊາວເຜົ່າຜູ້ໄທ. ໃນການດຳລົງຊີວິດດ້ານຈິດວິນຍານ, ຜ້າປຽວໄດ້ນຳໃຊ້ເພື່ອເປັນເຄື່ອງບູຊາໃນພິທີກຳຕ່າງໆຄື: ພິທີສົມມະນາຄຸນ, ພິທີບູຊາຜີເຮືອນຂອງຕະກຸນທາງເມຍ, ນຳໃຊ້ໃນພິທີເສັນເປັນຕົ້ນແມ່ນບູຊາແນວພັນແບ້, ພິທີບູຊາບ້ານ, ເມືອງ… ພິເສດ ເມື່ອມີຄົນຢູ່ໃນຄອບຄົວເສຍຊີວິດ, ຜ້າປຽວກໍໄດ້ນຳມາໃຊ້ໃນພິທີງານສົບ. ແມ່ເຖົ້າ ຮວ່າງທິມາຍ, ອາຍຸ 71 ປີ, ເຊິ່ງແມ່ນນັກສິລະປະການດີເດັ່ນ ຊົນເຜົ່າ ຜູ້ໄທ ຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:         “ ຜ້າ ປຽວ ມີ ຄວາ ມ ໝາຍ ທີ່ ສຸດ ສ ຳ ລັບ ຊາວ ເຜົ່າ ຜ ູ້ໄທ . ບັນ ດາ ແມ່ ຍິງ ກ່ອນ ທີ່ ຈະ ໄປ ຢູ່ ເຮືອນ ຜົ ວ , ຢ່າງ ໜ້ອຍ ສຸດ ຕ້ອງ ປັກແສ່ວຜ້າ ປຽວ ໄດ້ 30 ຜື ນ ເພື່ອ ເປັນ ຂອງ ຕ້ອນ ຂອງ ຂວັນ ໃຫ້ ພໍ່ ແມ່ ແລະ ຍາດ ຕິພີ່ ນ້ອງ ທາງ ຜົ ວ . ຜ້າ ປຽວບໍ່ ພຽງ ແຕ່ ເສີມ ຄວາມ ງາມ ໃຫ້ ແມ່ ຍິງ ເທົ່າ ນັ້ນ ຫ າກ ຍັງ ມີ ຄວາມ ໝ າຍ ດ້ານ ຈິດ ວິນ ຍານ ອັນ ເລິກ ເຊິ່ງນ ຳ ອີກ . ເມື່ອ ຜົວ ຫຼື ເມຍ ເສຍ ຊີ ວິດ ແມ່ນ ເອົ າຜ້າ ປຽວ ມາ ຕັດ ເຄິ່ງ , ເຄິ່ງ ໜຶ່ງ ແມ່ນ ເອົາປົກ ໜ້າ ຜູ້ ທີ່ ເສ ຍ ຊີ ວິດ , ສ່ວນ ອີກ ເຄິ່ງໜຶ່ງ ແມ່ນ ຜູ້ ທີ່ ຍັງ ມີ ຊີ ວິດ ຮັກ ສາ ໄວ້ ຈົນ ເຖິງ ເວ ລ າ ເສ ຍ ຊີ ວິດ ແລ້ວ ເອົ າ ຜ້າ ປຽວເຄິ່ງທີ່ ຍັງນັ້ນມາ ປົກ ໜ້າ ເພື່ອ ວ່າເມື່ອ ຂຶ້ນ ສ ະ ຫວັນ ຈຶ່ງ ພົບ ກັນ ອີກ ”.         ຜ້າປຽວມີຄວາມໝາຍຄືແນວນັ້ນ, ສະນັ້ນ ສຳລັບແມ່ຍິງ ຊາວເຜົ່າໄທດຳ ໃນເມື່ອກ່ອນແລ້ວ, ນັບແຕ່ຄາວຍັງນ້ອຍ ເຂົາເຈົ້າໄດ້ຮັບການແນະນຳການປັກແສ່ວ ແລະ ເຮັດຜ້າປຽວຈາກຜູ້ເປັນແມ່ຢ່າງລະອຽດລະອໍ ນັບແຕ່ການຫຍິບໄໝຫຍິບ, ການປະສົມສີ ເຮັດແນວໃດເພື່ອໃຫ້ສີເຂົ້າກັນ. ຈຸດລວດລາຍທີ່ເປັນເອກະລັກສະເພາະຢູ່ເທິງຜ້າປຽວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວຂອງບັນດາແມ່ຍິງ ຊາວເຜົ່າຜູ້ໄທ ເທົ່ານັ້ນ, ຫາກຍັງຕີລາຄາໄດ້ວ່າ ແມ່ຍິງຄົນນັ້ນມີຄວາມດຸໝັ່ນຂະຫຍັນພຽນຫຼືບໍ່ .         ເພື່ອເຮັດຜ້າປຽວໄດ້ ແມ່ນຕ້ອງຜ່ານຫຼາຍຂັ້ນຕອນລະອຽດລະອໍທີ່ສຸດ. ແພທີ່ໃຊ້ເຮັດຜ້າປຽວແມ່ນແພຂາວ ຕ່ຳເອງດ້ວຍເສັ້ນຝ້າຍນ້ອຍແລບລະອຽດ, ປົກກະຕິຍາວວາໜຶ່ງ. ເມື່ອເລືອກໄດ້ແພທີ່ຕົນເອງມັກແລ້ວ ກໍເຖິງຂັ້ນຕອນການຍ້ອມທີ່ພິຖີພິຖັນ ຈາກ ສີຄາມ ເພື່ອໃຫ້ແພມີສີດຳ. ນອກນັ້ນ ການຍ້ອມເສັ້ນຝ້າຍເສັ້ນໄໝປັກແສ່ວກໍມີຄວາມພິຖີພິຖັນການຍ້ອມສີກໍ່ແມ່ນເອົາມາຈາກຕົ້ນໄມ້ໃບຫຍ້າທີ່ມີຢູ່ຕາມທຳມະຊາດ. ຜ້າປຽວ ແມ່ນໄດ້ປະດັບປະດາຢູ່ແຕ່ສອງສົ້ນເທົ່ານັ້ນ. ຈຸດພິເສດຂອງສິລະປະການປັກແສ່ວຜ້າປຽວ ແມ່ນປັກແສ່ວໃສ່ທາງປີ້ນ ແຕ່ລວດລາຍຈະອອກມາຖືກກັບທາງໜ້າຂອງແພ. ຍ້ອນແນວນັ້ນ, ເພື່ອສາມາດປັກແສ່ວໃຫ້ເປັນຜ້າປຽວທີ່ມີຄວາມສວຍງາມຕາມແບບທີ່ເປັນມູນເຊື້ອ ແມ່ນຮຽກຮ້ອງໃຫ້ແມ່ຍິງເຜົ່າ ຜູ້ໄທ ຕ້ອງກຳແໜ້ນຫຼັກການເຕັກນິກໃນການນັບເສັ້ນຝ້າຍ ໂດຍມີລວດລາຍຫຼາຍແບບຄື: ຮູບຕົ້ນໄມ້, ດອກໄມ້… ເມື່ອປັກແສ່ວສຳເລັດ ແມ່ນເອົາແພສີແດງຫຍິບໃສ່ຕາມຂອບແພ ແລະ ຫຍິບຕິດໝາກຕຸ້ມນ້ອຍເປັນພວງ 3 ອັນຫຼື 5 ອັນເຊິ່ງເຮັດຈາກການພັນມ້ວນແພສີແດງເຂົ້າກັນ, ແກນໃນແມ່ນເສັ້ນຝ້າຍໃສ່ສົ້ນແພ. ຜູ້ມ້ວນແພຕ້ອງມີຄວາມຄ່ອງແຄ້ວ ເພື່ອເຮັດແນວໃດໃຫ້ພວງ ຄ້າຍຄືກັບຍອດຕົ້ນເຟີນ. ປົກກະຕິ ແມ່ຍິງ ຊາວເຜົ່າຜູ້ໄທ ໃຊ້ຜ້າປຽວມີ 3 ອັນ  , ແຕ່ເມື່ອມອບຜ້າປຽວໃຫ້ຜູ້ທີ່ຢູ່ຂັ້ນສູງກວ່າ ຫຼື ຄົນຮັກແພງນັ້ນ ແມ່ນມອບຜ້າປຽວຊະນິດທີ່ມີ ພວງ 5 ອັນ ຂຶ້ນໄປ. ເອື້ອຍ ລູ່ທິຈູມ, ຢູ່ບ້ານ ຮິບ, ຕາແສງ ຈ່ຽງເງິ່ນ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:         “ ເພື່ອ ປັກ ແສ່ວ ຜ້າ ປ ຽວ ນັ້ນ ແມ່ ນ ຕ້ອງ ເອົາ ປ່ຽງ ແພ ຕ ່ຳ ເອງ ທີ່ ເປັນ ເສັ້ ນ ຂອງ ຊົນ ເຜົ່າ ຜູ້ໄທ ເຊິ່ງ ຍ້ອມ ດ້ວຍ ສີ ຄາມດຳ . ຝ ້າຍ ທີ່ເອົາມາປັກ ແສ່ວ ຕ້ອງ ມີ ຄົບ ສີ , ເມື່ອ ປັກ ແສ່ວຕ້ອງ ນັບ ຕາ ແພ ໃຫ້ ຖືກ ແພ ຈຶ່ງ ງາມ ແລະ ສະ ໝ່ຳ ສະ ເໜ ີ . ພວງ ປຽວ ຕ້ອງ ເອົາ ແພ ແດງ ຍາ ວ 1 ແມັດ , ແກນທາງ ໃນ ແມ່ນ ມັດ ຝ້າຍ ໃສ່ ກັນ ແລ້ວ ມ້ວນ ເຂົ້າ ໃຫ້ ກົມ . ຫຼັງ ຈາກນັ້ນ ຫຍີບຕິດພວງ ນັ້ນ ໃສ່ສົ້ນ ແພປຽວ . ເມື່ອ ກ່ອນ ແມ່ ໄດ້ ຖ່າຍ ທອດ ວິ ທີ ປັກ ແສ່ວ ຜ້າ ປຽວ ໃຫ້ ຂ້າ ພະ ເຈົ້າ ຮູ້ ແລະ ດຽວນີ້ ຂ້າ ພະ ເຈົ້າກໍ ຢາກ ຖ່າຍ ທອດ ໃຫ້ ລູກຫຼານ ໄດ້ ຮູ້ ວິ ທີເຮັດ ເພື່ອ ສີ ສັນ ຊົ ນ ເຜົ່າ ຈຶ່ງບໍ່ ຖືກ ສູນຫາຍໄປ ”.         ສັງຄົມນັບມື້ນັບພັດທະນາ, ໄວໜຸ່ມຊາວເຜົ່າ ໄທດຳ ໃນປັດຈຸບັນມີຫຼາຍຄົນບໍ່ຮູ້ປັກແສ່ວຜ້າປຽວ. ເພືື່ອຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຜ້າປຽວ, ໃນຊຸມປີມໍ່ໆມານີ້ ມີຫຼາຍທ້ອງຖິ່ນຢູ່ເຂດ ໄຕບັກ ກໍໄດ້ມີຄວາມເອົາໃຈໃສ່ໃນການລົງທຶນພັດທະນາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້, ໃນນັ້ນ ມີອາຊີບປັ່ນ (ເຂັນ) ຝ້າຍຕ່ຳແພ, ປັກແສ່ວຜ້າປຽວ, ບັນດາປະເພດສິນຄ້າແຜ່ນແພພື້ນເມືອງ, ນຳເອົາການແຂ່ງຂັນປັກແສ່ວຜ້າປຽວເປັນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນໂອກາດງານບຸນຕ່າງໆຂອງບ້ານເມືອງ. ທ່ານນາງ ກວາງທິວິນ, ປະທານສະຫະພັນແມ່ຍິງນະຄອນ ເຊີນລາ ກ່າວວ່າ:         “ເພື່ອອະນຸລັກຮັກສາ, ເສີມຂະຫຍາຍ ແລະ ປະດິດສ້າງຈຸດວັດທະນະທຳທີ່ເປັນ ເອ ກະ ລັກ ສະ ເພາະ ຂອງ ຊົນ ເຜົ່າ ຜູ້ ໄທ ນັ້ນ , ທຸກໆປີ ໃນ ງານ ບຸນ ລະ ດູ ດອກ ສ້ຽວ , ສະ ຫ ະ ພັນ ແມ່ ຍິງໄດ້ ຮັບ ການມອບ ໝາຍ ໃຫ້ ເປັນ ປະ ທານ ແລະ ຈັດ ຕັ້ງ ການ ແຂ່ງ ຂັນປັກ ແສ່ວຜ້າ ປ ຽວ . ນີ້ ແມ່ນ ໂອ ກາດ ເພື່ອ ໃຫ້ເອື້ອຍ ນ້ອງ ແມ່ ຍິງໄດ້ ເຕົ້າ ໂຮມ ກັນ , ໄດ້ ພົບ ປະ ແລກ ປ່ຽນຖອດ ຖອນ ບົດ ຮຽນ , ວິ ທີ ປະ ດ ິດ ຄິດ ສ້າງ ຂ ອງ ກັນ ແລະ ກັນ . ແລະ ພິ ເສດ , ໃນ ໂອ ກາດ ຈັດການ ແຂ່ງ ຂັນປັກ ແສ່ວຜ້າ ປ ຽວ ຄື ແນວ ນີ້ ກໍ ແມ່ນ ໂອ ກາດ ເພື່ອ ຖ່າຍ ທອດ ໃຫ້ ລູກຫຼານ ໄດ້ ຮັກ ສາ ຈຸດ ທີ່ເປັນ ເອ ກະ ລັກ ສະ ເພາະ ຂອງ ຊົນ ເຜົ່າ ຜູ້ ໄທ ຢູ່ເຂດ ໄຕ ບັກ ເຊິ່ງ ປ ູ່ ຍ່າ ຕາ ຍາຍ ໄດ້ ປະ ໄວ້ ໃຫ້ ”.         ສັງຄົມນັບມື້ນັບພັດທະນາ, ດ້ວຍບັນຊຸດອາພອນທີ່ທັນສະໄໝ, ຫຼາຍຮູບຫຼາຍແບບ, ສະດວກສະບາຍນັ້ນ ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງການອະນຸລັກ ຮັກສາຊຸດອາພອນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າ ໄທດຳ. ແຕ່ຜ້າປຽວກໍຍັງຄົງແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດແຫ່ງຈິດວິນຍານຂອງພໍ່ແມ່ປະຊາຊົນເຜົ່າ ຜູ້ໄທ ແລະ ຍາມໃດເອື້ອຍນ້ອງແມ່ຍິງ ກໍສືບຕໍ່ປັກແສ່ວຄືດັ່ງວຽກງານຕົ້ນຕໍໃນຊີວິດປະຈຳວັນຂອງເຂົາເຈົ້າ.
TAG
VOV/VOVworld/​ຜ້າ​ປຽວ/​ແມ່​ຍິງຊາວ​ເຜົ່າຜູ້​ໄທ.

More