ລາຍການທ່ອງທ່ຽວລະດູບານໃຫມ່ປີມະເສງ 2013
06/02/2013 09:08
ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເສງ 2013, ຄົນງານໄດ້ພັກການ 9 ມື້, ແຕ່ລະຄົນກໍ່ມີວິທີຕ້ອນຮັບບຸນເຕັດທີ່ແຕກຕ່າງກັນ

(vovworld) - ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເສງ 2013, ຄົນງານໄດ້ພັກການ 9 ມື້, ແຕ່ລະຄົນກໍ່ມີວິທີຕ້ອນຮັບບຸນເຕັດທີ່ແຕກຕ່າງກັນ. ສ່ວນຫຼາຍແມ່ນກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດພ້ອມກັບຄອບຄົວ, ແຕ່ກໍ່ມີຫລາຍຄົນເລືອກເຟັ້ນລາຍການທ່ອງທ່ຽວເພື່ອພັກຜ່ອນຢ່ອນອາລົມ ພາຍຫລັງເຮັດວຽກຢ່າງອິດເມື່ອຍໃນໜຶ່ງປີທີ່ຜ່ານມາ. ປີນີ້ຍ້ອນໄດ້ພັກການເປັນເວລາຫລາຍມື້, ສະນັ້ນ, ນັກທ່ອງທ່ຽວສ່ວນຫລາຍເຄີຍເລືອກເຟັ້ນລາຍການທ່ອງທ່ຽວຕົ້ນລະດູບານໃຫມ່ໃນເວລາແຕ່ 3 ວັນເຖິງ 1 ສັບປະດາ. ນອກຈາກລາຍການທ່ອງທ່ຽວຢູ່ພາກກາງແລ້ວ, ບັນດາລາຍການທ່ອງທ່ຽວຢູ່ພາກເຫນືອກໍແມ່ນສະຖານເລືອກເຟັ້ນຂອງນັກທ່ອງທ່ຽວຫລາຍຄົນ. ຮູບພາບກ່ຽວກັບ ດາລາດ ພາບ:internet ບຸນເຕັດປີນີ້, ບັນດາບໍລິສັດທ່ອງທ່ຽວໄດ້ສ້າງນັບຮ້ອຍຮູບການທ່ອງທ່ຽວເພື່ອໃຫ້ນັກທ່ອງທ່ຽວເລືອກເຟັ້ນ. ບັນດາລາຍການທ່ອງທ່ຽວພາຍໃນປະເທດເຊິ່ງນັກທ່ອງທ່ຽວໄດ້ເລືອກເຟັ້ນຫລາຍສຸດຍັງຄົງແມ່ນຫາດຊາຍທະເລຢູ່ພາກກາງຄື: ຍາຈາງ, ຟານທຽດ, ກົນດ໋າວ, ຟູກວກ. ເພື່ອຫລີກລ້ຽງອາກາດທີ່ຫນາວຈັດຢູ່ພາກເໜືອ ນັກທ່ອງທ່ຽວຈະໄປອາບນ້ຳທະເລທີ່ສະອາດຂຽວງາມ ຫລືຕາກແດດ, ດຳນ້ຳເພື່ອຮັບຊົມຫີນປະກາລັງ ແລະ ຮັບປະທານອາຫານພິເສດສະເພາະດ້ວຍບັນດາເຍື່ອງອາຫານທະເລທີ່ແຊບນົວຂອງພາກກາງຫວຽດນາມ. ບຸນເຕັດປີນີ້, ດາລາດ ຊຶ່ງແມ່ນນະຄອນຢູ່ເຂດພູພຽງ ກໍແມ່ນສະຖານທີ່ນັກທ່ອງທ່ຽວນິຍົມກວ່າໝູ່. ໂດຍໄດ້ຮັບການຂະຫນານນາມວ່າ ແມ່ນນະຄອນແຫ່ງດອກໄມ້, ນະຄອນແຫ່ງນ້ຳໝອກ ຫລື ນະຄອນລະດູບານໃຫມ່, ຍາມໃດ ດາລາດກໍເປັນສະຖານທີ່ດຶງດູດນັກທ່ອງທ່ຽວທີ່ມາຈາກທຸກສາລະທິດມາຢ້ຽມຢາມເປັນຈຳນວນຫລວງຫລາຍ ບໍ່ພຽງແຕ່ຍ້ອນທິວທັດທຳມະຊາດທີ່ສວຍສົດງົດງາມດັ່ງໃນຝັນ, ອາກາດປອດໂປ່ງເຢັນສະບາຍເທົ່ານັ້ນ ຫາກ ດາລາດ ຍັງມີທັດສະນີຍະພາບຫລາຍແຫ່ງທີ່ຕິດພັນກັບເທບນິຍາຍແຫ່ງຄວາມຮັກອີກດ້ວຍ. ທ່ານນາງ ຫງວຽນທິງວຽນ, ຮອງຫົວຫນ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງ ເລີມດົ່ງ ໃຫ້ຮູ້ວ່າ: ໂອກາດບຸນເຕັດ ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ດາລາດ ຫລາຍພໍສົມຄວນ, ພິເສດແມ່ນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
TAG
ທ່ອງທ່ຽວຕົ້ນປີໃຫມ່
Related
More








