VOV WorldVOV World
ມາຄ໋າຍຊໍ່ ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ
28/04/2018 05:00
(VOVWORLD) -ຮ່າຢາງ ແມ່ນໜຶ່ງໃນ 13 ແຂວງຂອງທົ່ວປະເທດຫວຽດນາມທີ່ໄດ້ຮັບຮອງກ່ຽວກັບການອະນຸລັກ, ເສີມຂະຫຍາຍ ແລະ ຮັກສາວັດທະນະທຳເປົ່າແຄນຂອງຊາວເຜົ່າມົ້ງ. ໝາກຜົນນີ້ ມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກສິລະປະການໃນການຮັກສາ, ສືບທອດກັນມາກ່ຽວກັບກົກເຄົ້າຂອງແຄນ. ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ ມາຄ໋າຍຊໍ່ ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນໝູ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງ ຢູ່ ຮ່າຢາງ, ເປັນນັກສິລະປະການຜູ້ໜຶ່ງທີ່ຄວາມສຸດຂີດສຸດໃຈ ແລະ ຖືແຄນປຽບເໝືອນດັ່ງຈິດວິນຍານຂອງຊາວເຜົ່າມົ້ງ. ວ່າງລານ ນັກຂ່າວ VOV ເຂດ ໄຕ່ບັກ ມີບົດຂຽນກ່ຽວກັບນັກສິລະປະການດັ່ງກ່າວ ດ້ວຍຫົວຂໍ້ວ່າ: “ນັກສິລະປະການແຄນມົ້ງ: ມາຄ໋າຍຊໍ່”.
ມາຄ໋າຍຊໍ່ ນັກສິລະປະການເປົ່າແຄນຊາວເຜົ່າມົ້ງ
ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ຖ໋າຍອານ, ເມືອງ ກວ໋ານບະ, ແຂວງ ຮ່າຢາງ, ແຕ່ຄາວຍັງນ້ອຍ ທ່ານ ມາຄ໋າຍຊໍ່ ໄດ້ມີຄວາມຕິດພັນກັບແຄນຂອງຊາວເຜົ່າມົ້ງ, ສືບທອດຈັງຫວະທຳນອງສຽງແຄນຈາກປູ່ ແລະ ພໍ່ຂອງຕົນ. ເມື່ອມີອາຍຸ 15 ປີ ທ່ານກໍ່ຮູ້ຈັກເປົ່າແຄນດ້ວຍຈັງຫວະເດີມ (ຊາວເຜົ່າມົ້ງ ເອີ້ນວ່າ jax ntir) ເຊິ່ງເມື່ອຮຽນເປົ່າແຄນ ໃຜກໍຕ້ອງຮຽນຜ່ານທຳນອງສຽງແຄນນີ້. ໃນຊຸມປີທີ່ທ່ານເປັນພະນັກງານຢູ່ແນວໂຮມ, ພໍ່ຂອງທ່ານ ຊໍ່ ກໍ່ເປັນນັກສິລະປະການຜູ້ໜຶ່ງທີ່ເກັ່ງກ້າຢູ່ໃນໝູ່ບ້ານ, ຍາມໃດກໍ່ຍາດເວລາໄປສອນໃຫ້ລູກຊາຍຕົນວິທີເປົ່າແຄນ ແລະ ຟ້ອນຕາມຈັ່ງຫວະສຽງແຄນຂອງຊາວເຜົ່າມົ້ງນີ້. ເມື່ອເຖິງເວລາພັກບຳນານ, ທ່ານ ມາຄ໋າຍຊໍ່ ກໍ່ຄົ້ນຄວ້າກ່ຽວກັບແຄນຂອງຊາວເຜົ່າມົ້ງ, ຮຽນເປົ່າເປັນບົດສຽງແຄນ. ທ່ານ ມາຄ໋າຍຊໍ່ ເລົ່າສູ່ຟັງກ່ຽວກັບຕົ້ນກຳເນີດຂອງແຄນຊາວເຜົ່າມົ້ງວ່າ: “ ເລື່ອງ ມີຢູ່ວ່າ ມີ ອ້າຍ ນ້ອງ 7 ຄົນ ເປົ່າ ແຄນ ເກັ່ງ ທີ່ ສຸດ , ເມື່ອ ພໍ່ ແມ່ ເສຍ ຊ ີ ວິດ ແຕ່ ລະ ຄົນ ນັ່ງ ຢູ່ ແຈ ໃຜ ແຈ ລາວ ຮ້ອງ ໄຫ້ ຫ າ ພໍ່ ແມ່ , ບໍ່ ມີ ໃຜ ເຮັດ ໜ້າ ທີ່ ວ ຽກ ງານ ໃດ ໃນ ງານ ສົບເລີຍ . ເມ ື່ອ ເຫັນ ເປັນ ຄື ແນວນັ້ນ , ທັງ 7 ອ້າຍ ນ້ອງກໍ່ ນັ່ງ ປຶ ກ ສາ ຫາ ລື ກັນ ແລ້ ວ ໂຮມ ໄມ້ ໄຜ່ 7 ບັ້ງເຂົ້າໃສ່ ກັນ ເປັນ ອັນ ດຽວ ເພື່ອ ໃຫ້ ຜ ູ້ ໜຶ່ງ ເປົ່ າ ນັ້ນ ເອີ້ນ ວ່າ ແຄນ (k ê nhx). ໃນ ເວລາ ນັ້ນ ໃນ ອ້າຍ ນ້ ອງ 7 ຄົນມ ີ ຜູ້ ໜຶ່ງ ເສຍ ຊີ ວິດ , ສະນັ້ນ ແຄນ ຂອງຊາວເຜົ່າ ມົ້ງ ຈຶ່ງ ຍັງ ເຫຼືອ ໄມ້ ໄຜ່ 6 ບັ້ງໂຮມ ເຂົ້າ ກັນ ເຊິ່ງ ມີ ລະ ດັບ ຄວາມ ສັ້ນ ຍາ ວ ທີ່ ແຕກ ຕ່າງ ກັນ , ເປັນ ສັນ ຍາ ລັກ ໃຫ້ 6 ອ້າຍ ນ້ອງ . ແຄນກໍກຳ ເນີດ ເກີດ ຂຶ້ນ ນັບ ແຕ່ນັ້ນ ເປັນຕົ້ນ ມາ ”. ແລະກໍ່ຕາມການເລົ່າຂອງທ່ານ ຊໍ່, ຊາວເຜົ່າມົ້ງມັກເປົ່າແຄນ, ມັກຟ້ອນ ແລະ ຟັງສຽງເປົ່າແຄນ, ຍ້ອນແຄນສະແດງໃຫ້ເຫັນປະຫວັດຄວາມເປັນມາຂອງຊົນເຜົ່າ, ຄວາມຮັກລະຫວ່າງແມ່ ແລະ ລູກ, ຄວາມຮັກແພງລະຫວ່າງອ້າຍນ້ອງ ແລະ ວິຖີຊີວິດຂອງຊາວເຜົ່າມົ້ງ. “ ມ າ ຮ ອດ ປັດ ຈຸ ບັນ ຍັງ ບໍ່ ທັນ ມີ ຜູ້ໃດ ນັບ ໄດ້ ວ່າ ມີ ບົດ ເປົ່າ ແຄນເທົ່ າ ໃດ ບົດ . ຜ່ານ ການ ເລົ່ າ ຂານ ປາກ ຕໍ່ປາກ, ຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ ສຽງ ແຄນ ມີ 4 ປະ ເພດ , ເໝາ ະ ສົມ ກັບ ຈ ັງ ຫວະ ທ ຳ ນອງ ສຽງ ແຄນ 4 ປະ ເພດນັ້ ນ ເຂົ າ ເຈົ້າ ກໍ່ ແບ່ງ ບົດ ຂັບ ອອກ ເປັນ 4 ປ ະ ເພດ ຄື : ຂັບເດີມ, ຂັບ ກ້ຽວ , ຂັບ ໃນ ງ ານ ສົບ ແລະ ຂັບ ເສັ້ນ ໄຫວ້ ງົວ ຄວາ ຍ , ໃນ ນັ້ນ ຂັບ ເດີມ ແມ່ ນ ສ ຳ ຄັນ ທີ່ ສຸດ , ບໍ່ ວ່າ ຢູ່ ບ່ອນ ໃດ ໃນ ໂລກ ກໍ່ ເປົ່ າ ແຄນ ແບບ ດຽວ ກັນ . ແຄນ ມີ ມາ ແຕ່ ລະ ບ ອບ ຂ້າ ທາດ , ແຕ່ ຍັງ ບໍ່ ທັນ ໄດ້ ຮັບ ກ ານ ພັດ ທະ ນາ , ເມ ື່ອ ປ່ຽນ ມາ ເປັນ ລະ ບ ອບ ສ ັກ ດ ີ ນາ ແຄນ ຂອງຊາວເຜົ່າ ມົ້ງ ເລີ່ ມ ຕົ້ນ ໄດ ້ ຮັບ ການ ພັດ ທະ ນາ ຈຶ່ງ ໄດ້ ມີ ບັນ ດາ ນັກ ອອ ກ ແບບ ປະ ດິດ ສ້ າງ ແຄນ ເຜົ່າ ມົ້ ງ ຂຶ້ນ ”.  
TAG
VOV/VOVworld/ມາ​ຄ໋າຍ​ຊໍ່/ມົ່ງ/ແຄ​ນ

More