VOV WorldVOV World
ງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ກວ໋າງນິງ
23/06/2018 09:32
(VOVWORLD) -ເມື່ອຮອດວັນທີ 4 ເດືອນ 4 (ໄລ່ຕາມຈັນທະປະຕິທິນ) ຂອງແຕ່ລະປີ ກໍແມ່ນງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ເມືອງ ບິ່ງລຽວ, ແຂວງ ກວ໋າງນິງ. ນີ້ແມ່ນງານບຸນປະເພນີ, ແມ່ນບ່ອນຈັດຕັ້ງການເຄື່ອນໄຫວລະຫລີ້ນມ່ວນຊື່ນ, ທັງເປັນຈຸດນັດພົບຂອງຄວາມຮັກຄູ່ບ່າວສາວ. ປີນີ້, ງານບຸນ “ກຽງຢໍ” ໂດຍເມືອງ ບິ່ງລຽວ ຈັດຕັ້ງໃນຂອບຂະຫນາດຂັ້ນເມືອງ, ເຊິ່ງດຳເນີນໃນ 2 ວັນຄື ວັນທີ 18, 19 ພຶດສະພາ ຢູ່ຕາແສງ ດົ່ງວັນ. ນີ້ກໍແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕອບສະຫນອງໃຫ້ປີທ່ອງທ່ຽວແຫ່ງຊາດ ປີ 2018 - ຮ່າລອງ - ກວ໋າງນິງ.
ງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ກວ໋າງນິງ
ລາຍການສະແດງສິລະປະພື້ນເມືອງໃນວັນບຸນ ງານບຸນ “ກຽງຢໍ” ພາສາຊົນເຜົ່າ ຢ້າວ ແມ່ນ “ມີ່ແສງໄຟເຮຢ໋າວ” ຫລື ຍັງເອີ້ນວ່າ “ຕະຫລາດແຫ່ງຄວາມຮັກ” ດົ່ງວັນ. ກ່ອນໜ້ານີ້, ງານບຸນພຽງແຕ່ມີການເຂົ້າຮ່ວມຂອງຊາວເຜົ່າ ຢ້າວ ແລະ ໂດຍປະຊາຊົນໃນບ້ານກຳນົດຂຶ້ນມາເອງ ແລະ  ຈັດຕັ້ງນຳກັນ ເທົ່ານັ້ນ. ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດວັດທະນະທຳອັນດີງາມຂອງຊາວເຜົ່າ ຢ້າວ ນັ້ນ, ນັບແຕ່ປີ 2009, ຕາແສງ ດົ່ງວັນ ໄດ້ສ້າງແຜນການ ແລະ ເປັນເຈົ້າການຈັດຕັ້ງວັນບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວ ດ້ວຍຊື່ເອີ້ນແມ່ນ “ວັນບຸນວັດທະນະທຳຂອງບັນດາເຜົ່າຢູ່ຕາແສງ ດົ່ງວັນ”.         ຈຸດທີ່ເປັນເອກະລັກສະເພາະຂອງ “ວັນກຽງຢໍ” ແມ່ນຮອດວັນນີ້, ຊາວເຜົ່າ ຢ້າວແທງຝານ ບໍ່ມີບັນດາການເຄື່ອນໄຫວທຳການຜະລິດ, ບໍ່ໄປນາ, ບໍ່ຂຸດດິນ... ເຂົາເຈົ້າມີຄວາມສຳນຶກວ່າ ໃນໄລຍະນັ້ນ, ເຖິງວ່າເຮັດຫຍັງກໍບໍ່ມີຄວາມສະດວກ, ປຸກສ້າງເຮືອນແມ່ນເຮືອນກໍພັງຖະຫລົ່ມ, ເຮັດໄຮ່ແມ່ນຕົ້ນເຂົ້າກໍບໍ່ເປັນຮວງ... ເມື່ອເຮືອນບໍ່ມີຄົນຢູ່, ເທວະລົມ ຈະເຂົ້າມາເຮືອນ ແລະ ນຳເອົາສິ່ງບໍ່ດີຂອງປີເກົ່າອອກໄປ ແລ້ວນຳເອົາສິ່ງທີ່ດີ, ຄວາມອີ່ມຫນຳສຳລານ, ສົມບູນພູນສຸກມາໃຫ້ທຸກຄົນໃນຄອບຄົວ. (ສິ່ງດັ່ງກ່າວນັ້ນແມ່ນໃນເມື່ອກ່ອນ, ແຕ່ປັດຈຸບັນ ວັນງານບຸນມີລັກສະນະສີສັນໃໝ່).         ເມື່ອຮອດວັນບຸນນີ້, ພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ຢູ່ບັນດາຫມູ່ບ້ານຢູ່ເມືອງ ບິ່ງລຽວ ຈະອອກຈາກເຮືອນແຕ່ຮຸ່ງເຊົ້າ ແລະ ກັບມາເຮືອນພຽງແຕ່ເວລາຕາເວັນລັບລົງພູແລ້ວເທົ່ານັ້ນ. ຕາມປົກກະຕິແລ້ວ ເຂົາເຈົ້າຈະເຕົ້າໂຮມກັນຢູ່ບັນດາສະຖານທີ່ທີ່ມີທັດສະນີຍະພາບສວຍງາມດັ່ງໃນຝັນ, ຈັບໃຈຄື ເຂດແຄມພູຜາປ່າໄມ້ ຫລື ແຄມຫ້ວຍນ້ຳລຳເຊ, ນ້ຳຕົກຕາດ ຫລື ໄປຕະຫລາດ. ພົບກັນໂດຍບໍ່ນັດ , ພາຍຫລັງຊຸມມື້ອອກແຮງງານທີ່ລຳບາກນັ້ນ, ພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ໄດ້ກໍ່ສະແດງຄວາມໃນໃຈຢ່າງສຸກສະບາຍ, ຂັບໃຫ້ກັນຟັງດ້ວຍຈັງຫວະທຳນອງ ສານໂກ໊, ທັງຍິງ ແລະ ຊາຍສະແດງຄວາມຮັກຂອງຄູ່ບ່າວສາວ, ສ່ວນຊາວຜູ້ອອກແຮງງານກໍປຶກສາຫາລືວຽກງານທຳການຜະລິດໃນລະດູຕໍ່ໄປ. ທ່ານນາງ ຫງວຽນທິຕວຽດແຮ້ງ, ປະທານຄະນະກຳມະການປະຊາຊົນ ເມືອງ ບິ່ງລຽວ, ໃຫ້ຮູ້ວ່າ:         “ ສ ຳ ລັ ບ ພໍ່ ແມ່ ປະ ຊາ ຊົນ ຊາວ ເຜົ່າ ຢ້າວ ແລ້ວ ມີ ຄຸນ ຄ່ າ ວັດ ທະ ນະ ທ ຳ ທີ່ ເປັນເອ ກະ ລັກ ສະ ເພາະ ຫລ າຍ ຢ່າງ ແລະ ມີ ພຽງ ແຕ່ ຢູ່ ບິ່ງ ລຽວ ພວກ ຂ້າ ພະ ເຈົ້າ ເທົ່ ານັ້ນ ທີ່ ຈ ັດ ຕັ້ງ ວັນ ບຸນ ກຽງ ຢໍ ນີ້ . ພວກ ຂ້າ ພະ ເຈົ້າ ປາດ ຖະ ຫນາ ວ່າ ໃນ ໄລ ຍະ ຈະ ມາ ເຖິງ ຈະ ສືບ ຕໍ່ ເສີ ມ ຂ ະ ຫຍາຍເພື່ອນ ຳ ງານ ບຸນນີ້ ໃຫ້ ກາຍ ເປັນ ຜະ ລິດ ຕະ ພັນ ດ້ານ ວັ ດ ທະ ນະ ທຳ ພິ ເສດ ສະ ເພາະ ຂອງ ບິ່ງ ລຽວ ເພື່ອ ດຶງ ດູດ ແຂກ ທ່ອງ ທ່ຽວ . ນ ອກ ຈາກຄຸນ ຄ່າວັດ ທະ ນະ ທຳ ທີ່ ເປັນ ມູ ນ ເຊື້ອ ແລ້ວ ແມ່ນ ຍັງ ສະ ແດງ ໃຫ້ ເຫັນ ນ ້ຳ ໃຈ ສ າ ມັກ ຄີ ໃນ ວົງ ຄະ ນະ ຍາ ດ ບັນ ດາ ເຜົ່າ ຢ ູ່ ບິ່ງ ລຽວ ” .  
TAG
VOV/VOVworld/ວັນບຸນວັດທະນະທຳ

More