VOV WorldVOV World
ງານບຸນ ປາງອາ ທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າ ລາຮາ
21/07/2018 03:39
(VOVWORLD) -ຊົນເຜົ່າ ລາຮາ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີພົນລະເມືອງໜ້ອຍ, ດຳລົງຊີວິດຢູ່ບາງເມືອງແຄມແມ່ນ້ຳດາ ຂອງແຂວງ ເຊີນລາ ແລະ ລາຍເຈົາ. ສັງຄົມນັບມື້ນັບພັດທະນາ, ຊີວິດການເປັນຢູ່ນັບມື້ນັບມີການປ່ຽນແປງ ແຕ່ພໍ່ແມ່ປະຊາຊົນຊາວເຜົ່າ ລາຮາ ຍັງຄົງຮັກສາຮີດຄອງປະເພນີທີ່ເປັນມູນເຊື້ອໄວ້ໄດ້, ໃນນັ້ນ ມີງານບຸນ “ປາງອາ”ເຊິ່ງແມ່ນພິທີພາວະນາຂໍຄວາມໂຊກດີ, ເຊິ່ງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ບົດຂຽນຂອງ ເລື່ອງແຫ້ງ, ນັກຂ່າວ VOV
ງານບຸນ ປາງອາ ທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າ ລາຮາ
ເມື່ອໜໍ່ຂົມໃນປ່າເລີ່ມປົງຂຶ້ນຈາກໜ້າດິນ, ຕົ້ນດອກບານເລີ່ມອວດອ້າງເບັ່ງບານສີສັນຢູ່ຕາມບັນດາເປີ້ນພູອັນສູງຊັນນັ້ນ, ພໍ່ແມ່ພີ່ນ້ອງຢູ່ບ້ານ ນາໃຕ້, ຕາແສງ ປີຕອງ, ເມືອງ ເມື່ອງລາ, ແຂວງ ເຊີນລາ ພັດຈັດຕັ້ງງານບຸນ “ປາງອາ” ເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວທີ່ໄດ້ຮັບຜົນດີ, ປະຊາຊົນໃນໝູ່ບ້ານມີສຸຂະພາບແຂງແຮງ ແລະ ມີໂຊກດີ ພ້ອມທັງເປັນການສົມມະນາຄຸນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ບັນດາໝໍຢາພື້ນເມືອງທີ່ມີຄຸນງາມຄວາມດີໃນການປົກປ້ອງປະຊາຊົນໃນໝູ່ບ້ານ. ໂດຍແມ່ນໝໍພອນທີ່ມີຊື່ສຽງໃນເຂດເປັນຜູ້ຈັດຕັ້ງງານບຸນ. ຕາມຄວາມສຳນຶກຂອງພໍ່ແມ່ປະຊາຊົນແລ້ວ, ໝໍພອນແມ່ນຜູ້ຕິດຕໍ່ ລະຫວ່າງບັນດາເທວະດາຟ້າແຖນກັບຄົນຢູ່ໂລກມະນຸດ, ບັນດາຜູ້ທີ່ໝໍພອນໄດ້ບູຊາ, ເສັ້ນໄຫວ້, ປິ່ນປົວໃຫ້ຫາຍດີຈາກພະຍາດໂລຄາ ຈະໄດ້ຮັບມາເປັນລູກລ້ຽງ ແລະ ເຊີນເຂົ້າຮ່ວມພິທີ. ນອກຈາກນັ້ນ ກໍຍັງມີບັນດາອົງການຈັດຕັ້ງ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນໃນໝູ່ບ້ານ ແລະ ບັນດາເຂດອ້ອມຂ້າງເຂົ້າຮ່ວມພິທີນຳອີກ. ໝໍເຢົາ ລໍ່ວັນຟາງ ຢູ່ບ້ານ ນາໃຕ້, ຕາແສງ ປີຕອງ, ເມືອງ ເມື່ອງລາ, ແຂວງ ເຊີນລາ ໃຫ້ຮູ້ວ່າ:         “ ງານ ບຸນ ປາງ ອາ ໄດ້ ມີ ມາ ແຕ່ ດົນ ນານ ແລ້ວ ແຕ່ ບໍ່ ແມ່ນ ວ່າປີ ໃດ ກໍ ທຳ ພິ ທີກຳ , ປີ ໃດ ລະ ດູ ການ ເກັບ ກ່ຽວ ໄດ້ ຮັບ ຜົນ ດີ , ການ ທຳ ມາ ຫາ ກິນ ດີ ຂຶ້ນ ຈຶ່ງ ຈັດ ຕັ້ງ ພິ ທີ . ການ ຈັດ ຕັ້ງ ພິ ທີ ປາງ ອາ ແມ່ນເພື່ອພາວ ະ ນາ ຂໍ ໃຫ້ ປະ ຊາ ຊົນ ໃນ ໝູ່ ບ້ານ ມີ ສຸ ຂະ ພາບ ແຂງ ແຮງ ແລະ ມີໂຊກ ລາບ . ຂ້າ ພະ ເຈົ້າ ຈັດ ຕັ້ງ ພິ ທີ ປາງ ອາ ກໍເພື່ອ ໃຫ້ ລູກຫຼານ ໄດ້ ລະຫຼີ້ນ ຢ່າງ ເບີກ ບານ ມ່ວນ ຊື່ນ ” .   ການກະກຽມງານບຸນ ປາງອາ, ເຈົ້າຂອງພິທີຈະຂ້າໝູ 2 ໂຕ, ໂຕໜຶ່ງແມ່ນເຮັດພິທີ, ສ່ວນອີກໂຕໜຶ່ງແມ່ນບູຊາບັນພະບຸລຸດ. ບັນດາລູກລ້ຽງຂອງໝໍພອນທີ່ຖືກເຊີນມາຮ່ວມພິທີ ກໍເອົາສິ່ງທີ່ຕົນເປັນຄົນເຮັດ ຫຼື ຊອກຫາເອງມານຳເຊັ່ນ: ໄກ່, ເປັດ, ເຂົ້າສານໜຽວ, ເຫຼົ້າ, ໝາກໄມ້… ເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນທີ່ດົນບັນດານອຸປະຖຳຄ້ຳຊູໃນຊຸມປີຜ່ານມາ. ຕາມປົກກະຕິແລ້ວ ບັນດາພິທີກຳໄດ້ຈັດຢູ່ຫ້ອງເຄິ່ງກາງຂອງເຮືອນໝໍພອນ. ຢູ່ທີ່ນີ້, ພໍ່ແມ່ປະຊາຊົນໄດ້ຕັ້ງຕົ້ນກະຖິນທີ່ເຮັດດ້ວຍລຳໄມ້ໄຜ່, ຕົ້ນກ້ວຍ, ຕົ້ນອ້ອຍຂຶ້ນ ແລະ ຫ້ອຍສັດປະເພດຕ່າງໆທີ່ສານດ້ວຍໄມ້ໄຜ່ໃສ່ຄື ນົກໜູປູປີກ, ຈັກຈັ່ນ, ມ້າ ແລະ ດອກໄມ້ປ່າ, ດອກໝາກຄາຍ, ດອກບານ ເມື່ອກະກຽມສຳເລັດແລ້ວ ໝໍພອນກໍເລີ່ມເຮັດພິທີບູຊາເຊີນບັນພະບຸລຸດ, ເທວະດາຟ້າແຖນຢູ່ເມືອງຟ້າ, ເຈົ້າປ່າເຈົ້າເຂົາ, ຫ້ວຍນຳ້ລຳເຊ, ເຈົ້າຖິ່ນເຈົ້າຖານມາເປັນພະຍານຮັບຮູ້ເຖິງຈິດໃຈອັນບໍລິສຸດຂອງໝໍພອນ ແລະ ພໍ່ແມ່ປະຊາຊົນໃນໝູ່ບ້ານ, ພາວະນາຂໍໃຫ້ທຸກຄົນມີຊີວິດສະຫງົບງຽບ,  ລະດູການເກັບກ່ຽວໄດ້ຮັບຜົນດີ.
TAG
VOV/VOVworld/ປາງ​ອາ/ແມ່​ນ້ຳດາ/ລາຍ​ເຈົາ/ດົນ​ບັນ​ດານ/ອ​ວດ​ອ້າງ​ເບັ່ງ​ບານ/ອ​ຸ​ປະ​ຖຳ​ຄ້ຳ​ຊູ

More