ນັກສິລະປະການຂັບແທນ ຫງວຽນທ໋າຍຮັອກ
09/06/2018 05:00
(VOVWORLD) -ພິທີຂັບແທນ ແມ່ນການຖະຫວາຍເຫລົ້າ ແລະ ບັນດາປະເພດດອກໄມ້ຫອມ ໝາກໄມ້ຫວານໃຫ້ເທວະດາແທນ ຢູ່ເທິງເມືອງຟ້າ, ສະແດງເຖິງຈິດໃຈອັນບໍລິສຸດ ແລະ ເຄົາລົບນັບຖືຂອງບັນດາໝໍແທນຜູ້ຢູ່ໂລກມະນຸດເຊື້ອເຊີນ ເທວະດາແທນ ລົງມາໂລກມະນຸດ ເພື່ອຮັບເອົາເຄື່ອງບູຊາ ດົນບັນດານໂຊກລາບໃຫ້ທຸກຄົນ ແລະ ພ້ອມກັນມ່ວນຊື່ນກັບບັນດາໝໍແທນ ແລະ ປະຊາຊົນໃນໝູ່ບ້ານ

ທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI ຈັດຕັ້ງຢູ່ແຂວງ ຮ່າຢາງໃນເດືອນພຶດສະພາຜ່ານມາ, ລາຍການສະແດງຂັບແທນພື້ນເມືອງຂອງນັກສິລະປະການ ຫງວຽນທ໋າຍຮັອກ ພ້ອມກັບບັນດານັກສະແດງຂອງຕາແສງ ເຟືອງໂດ໋, ນະຄອນ ຮ່າຢາງ ໄດ້ສະແດງໃຫ້ເຫັນການປະກອບສ່ວນຍາດໄດ້ 4 ລາງວັນ A ມາໃຫ້ແກ່ຄະນະນັກສິລະປະການ, ນັກສະແດງແຂວງ ຮ່າຢາງ. ໃນຄວາມສຳເລັດລວມຂອງສິລະປະຂັບແທນແຂວງ ຮ່າຢາງ ກໍໄດ້ມີການປະກອບສ່ວນຂອງ ນັກສິລະປະການ ຫງວຽນທ໋າຍຮັອກ ຢ່າງສຸດຈິດສຸດໃຈ. ສຽງປະກອບ ບັນດາສຽງດົນຕີສຽງຂັບຮ້ອງດັ່ງກ່າວນັ້ນ ແມ່ນຄັດມາຈາກຕອນໜຶ່ງຂອງການສະແດງ ຂັບແທນ “ພາວະນາຂໍຄວາມຢູ່ເຢັນເປັນສຸກໃນມື້ບຸນເຕັດ” ໂດຍນັກສິລະປະການ ຫງວຽນທ໋າຍຫອກ ສະແດງທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI. ລາຍການສະແດງນີ້ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການກ່ຽວກັບສິລະປະຂັບແທນແບບດັ້ງເດີມປະສານກັບບັນດາລາຍການສະແດງຂັບລຳພື້ນເມືອງທີ່ໄດ້ຮັບການກະກຽມຢ່າງພິຖີພິຖັນ.
TAG
VOV/VOVworld/ຂັບແທນ/ຮ່າຢາງ/ຫງວຽນທ໋າຍຮັອກ
Related
More








