VOV WorldVOV World
ພິທີອວຍພອນວັນເກີດຂອງຊາວເຜົ່ານຸ່ງ ຢູ່ແຂວງ ບັກຢາງ
28/07/2018 05:31
(VOVWORLD) -ໃນວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ, ການໄຫວ້ບູຊາປູ່ຍ່າຕາຍາຍບັນພະບຸລຸດພາຍຫຼັງທີ່ເສຍຊີວິດແລ້ວນັ້ນ ໄດ້ກາຍເປັນຈຸດວັດທະນະທຳອັນດີງາມ, ເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງຜູ້ທີ່ລ່ວງລັບໄປແລ້ວ. ເຖິງຢ່າງໃດກໍຕາມ, ວົງຄະນະຍາດຊົນເຜົ່ານຸ່ງ ກໍມີຮີດຄອງປະເພນີທີ່ເປັນເອກະລັກສະເພາະ, ໂດຍບໍ່ໄຫວ້ບູຊາບັນດາຜູ້ທີ່ລ່ວງລັບໄປແລ້ວ ຫາກພຽງແຕ່ “ບູຊາ” ຜູ້ທີ່ຍັງມີຊີວິດຢູ່ເທົ່ານັ້ນ. ໃນວົງຄະນະຍາດຊົນເຜົ່ານຸ່ງ ຢູ່ແຂວງ ບັກຢາງ ນັ້ນ ເລື່ອງລູກຫຼານຈື່ຈຳວັນເດືອນປີເກີດ, ຈັດງານວັນເກີດໃຫ້ພໍ່ແມ່, ປູ່ຍ່າຕາຍາຍແມ່ນຖືເປັນສຳຄັນທີ່ສຸດ.
ພິທີອວຍພອນວັນເກີດຂອງຊາວເຜົ່ານຸ່ງ ຢູ່ແຂວງ ບັກຢາງ
ຊົນເຜົ່ານຸ່ງ ຢູ່ແຂວງ ບັກຢາງ ມີປະຊາກອນປະມານ 73,900 ຄົນ, ດຳລົງຊີວິດຕົ້ນຕໍຢູ່ບັນດາເມືອງ ລຸກງ້ານ, ອຽນເຖ໋, ລຸກນາມ, ເຊີນດົ້ງ, ລ້າງຢາງ… ເມື່ອເຕື້ອງເຖິງຊົນເຜົ່ານຸ່ງ, ຕາມປົກກະຕິແລ້ວ ເຂົາເຈົ້າມັກເວົ້າເຖິງສາງວັດທະນະທຳພື້ນເມືອງອັນອຸດົມສົມບູນດ້ວຍບັນດາຮີດຄອງປະເພນີທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ, ບັນດາພິທີກຳເຫຼື້ອມໃສໃນສາສະໜາທີ່ເປັນເອກະລັກສະເພາະ. ໜຶ່ງໃນບັນດາການເຫຼື້ອມໃສພິເສດສະເພາະນັ້ນ ແມ່ນພິທີບູຊາເນື່ອງໃນໂອກາດວັນເກີດ ຫຼື ພິທີບູຊາອວຍພອນໃຫ້ພໍ່ແມ່, ປູ່ຍ່າຕາຍາຍມີອາຍຸຍືນໃນເວລາຍັງມີຊີວິດຢູ່.         ເພື່ອກະກຽມໃຫ້ແກ່ພິທີກໍານັ້ນ, ຍາມໃດກໍມີເງິນແລະເຄື່ອງຂອງບູຊາທີ່ເຮັດດ້ວຍເຈ້ຍ ໂດຍພໍ່ແມ່ປະຊາຊົນເຮັດເອົາເອງ ໃນເມື່ອສິ່ງຂອງເຫຼົ່ານີ້ບໍ່ມີຂາຍ ແລະ ຕະຫຼາດກໍຢູ່ຫ່າງໄກຈາກເຮືອນ. ໃນພິທີບູຊາ, ນອກຈາກເຄື່ອງຂອງບູຊາແລ້ວ ກໍຍັງມີໝູ, ໄກ່ເປັນ, ເຂົ້າສານ, ເຫຼົ້າ, ເກືອ, ນ້ຳ, ເຂົ້າໜົມ… ແລະ ເຂົ້າໜົມຢ່າງໜຶ່ງທີ່ບໍ່ອາດຂາດໄດ້ໃນພິທີອວຍພອນ ອາຍຸຍືນຂອງຊາວເຜົ່ານຸ່ງ ນັ້ນແມ່ນ “ເຂົ້າໜົມສີແດງ” ເຊິ່ງແມ່ນເຂົ້າໜົມໄຢ່ (ຫຼື ເຂົ້າໜົມເຂົ້າຕຳ) ທີ່ໄດ້ຍ້ອມສີແດງຂອງໃບໄມ້ປ່າຊະນິດໜຶ່ງ. ເຂົ້າໜົມໄຢ່ ໂດຍແມ່ນບັນດາລູກໃພ້, ລູກເຂີຍເປັນຜູ້ເຮັດເອງ ແລ້ວນຳໄປຖະຫວາຍຂຶ້ນຮ້ານບູຊາ… ໃນພິທີອວຍພອນໃຫ້ມີອາຍຸຍືນຂອງຊາວເຜົ່ານຸ່ງນັ້ນ ຄອບຄົວຕ້ອງເຊີນໝໍພອນມາເຮັດພິທີ. 
TAG
VOV/VOVworld/ຊາວ​ເຜົ່າ​ນຸ່ງ/ອວຍພອນວັນເກີດ/ອາຍຸຍືນ/ບົດສະດຸດີ

More