ຊາວເຜົ່າ ກະຕູ ສົມມະນາຄຸນເຈົ້າປ່າເຈົ້າເຂົາ
14/04/2018 05:00
(VOVWORLD) -ຊາວເຜົ່າ ກະຕູ ແມ່ນຊາວເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເມືອງເຂດພູສູງ ໄຕຢາງ ຂອງແຂວງ ກວ໋າງນາມ ເປັນຕົ້ນ. ຊາວເຜົ່າ ກະຕູ ດຳລົງຊີວິດຢູ່ແບບແຍກຕົວຕ່າງຫາກ ການດຳລົງຊີວິດແມ່ນອີງໃສ່ທຳມະຊາດເປັນຕົ້ນຕໍ, ສະນັ້ນ ຈຶ່ງຍັງຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງໄວ້ໄດ້. ຕາມຮີດຄອງປະເພນີຂອງຊາວເຜົ່າ ກະຕູ ແລ້ວ, ເມື່ອກ້າວເຂົ້າສູ່ລະດູການປູກຝັງໃໝ່ໃນປີ, ພໍ່ແມ່ປະຊາຊົນເຄີຍຈັດຕັ້ງພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາ. ພິທີກຳນີ້ ໄດ້ຝັງເລິກໃນຈິດສຳນຶກຂອງປະຊາຊົນ ແລະ ກາຍເປັນຈຸດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງ ຊາວເຜົ່າ ກະຕູ. ບົດຂຽນຂອງ ດິ່ງຖ້ຽວ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ຊາວເຜົ່າ ກະຕູ ສົມມະນ

ເປັນເວລາດົນນານແລ້ວ ທີ່່ພໍ່ແມ່ພີ່ນ້ອງຊາວຊົນເຜົ່າ ກະຕູ ຢູ່ເມືອງເຂດພູສູງ ໄຕຢາງ, ແຂວງ ກວ໋າງນາມ ມີໂອກາດໄດ້ເຊື່ອມຕົວເຂົ້າກັບບັນຍາກາດງານບຸນສຳຄັນທີ່ສຸດໃນປີໃໝ່ - ນັ້ນແມ່ນພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາໃນໂອກາດປີໃໝ່. ແຕ່ຮຸ່ງເຊົ້າ, ບັນດາ ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ແລະ ພໍ່ແມ່ພີ່ນ້ອງຊາວເຜົ່າ ກະຕູ ເປັນຈຳນວນຫຼວງຫຼາຍທີ່ຢູ່ບ້ານຫ່າງໄກຈາກເຂດພູສູງເມືອງ ໄຕຢາງ ໄດ້ພາກັນມາເຕົ້າໂຮມຢູ່ໝູ່ບ້ານມໍລະດົກທາງຊີວະພາບ Pomu (ໄມ້ໂລ່ງເລ່ງ) ຢູ່ຕາແສງ ອາຊານ ເພື່ອເຂົ້າຮ່ວມງານບຸນ. ພາຍຫຼັງພິທີບູຊາສົມມະນາຄຸນເຈົ້າປ່າເຈົ້າເຂົາທີ່ໄດ້ຈັດຕັ້ງດ້ວຍບັນຍາກາດທີ່ເຄັ່ງຂຶມຢູ່ ປ່າໂລ່ງເລ່ງແລ້ວ, ທຸກຄົນພ້ອມກັນຟ້ອນຕາມຈັງຫວະ ຕຸງຕຸງຢາຢາ ພາວະນາຂໍໃຫ້ລະດູການເກັບກ່ຽວໃນປີໃໝ່ໄດ້ຮັບຜົນດີ. ເຈົ້າກົກເຈົ້າເຫລົ່າ ອາລັງດ່ານ ຢູ່ ບ້ານ ອາເຣິ໋ດ, ຕາແສງ ອານົງ ໄດ້ເລົ່າສູ່ຟັງວ່າ: ແຕ່ປາງກ່ອນ ຊາວເຜົ່າ ກະຕູ ເພິ່ງພາອາໄສຢູ່ຕາມພູຜາປ່າດົງເພື່ອດຳລົງຊີວິດ, ນັບແຕ່ອາຫານການກິນຕະຫຼອດຮອດເຄື່ອງນຸ່ງຫົ່ມ ກໍລ້ວນແຕ່ແມ່ນເອົາມາຈາກປ່າ. ພິທີບູຊາເຈົ້າປ່າເຈົ້າເຂົາ ຫຼື ຍັງເອີ້ນວ່າ ສົມມະນາຄຸນເຈົ້າປ່າເຈົ້າເຂົາຂອງຊາວເຜົ່າ ກະຕູ ແມ່ນມີມາແຕ່ດົນນານແລ້ວ. ກ່ອນຈະເຂົ້າສູ່ລະດູບານໃໝ່, ແຕ່ລະຄອບຄົວ, ໝູ່ບ້ານກໍຈະຈັດພິທີບູຊາ. ພາເຂົ້າບູຊາ ລວມມີ: ຈອກເຫຼົ້າ, ໄກ່, ປາ, ເຂົ້າໜຽວ, ໝາກໄມ້... ເພື່ອຖະຫວາຍບູຊາເຈົ້າປ່າເຈົ້າເຂົາ. ໃນຊຸມປີທີ່ປະເທດຊາດຍັງມີສົງຄາມ, ພິທີສົມມະນາຄຸນເຈົ້າປ່າເຈົ້າເຂົາຄ່ອຍໆຖືກຂາດບັ້ນຂາດຕອນ. ມື້ນີ້, ເມືອງໄດ້ຈັດຕັ້ງການຟື້ນຟູງານບຸນນີ້ຂຶ້ນດ້ວຍຂອບຂະໜາດໃຫຍ່, ເຈົ້າກົກເຈົ້າເຫລົ່າ ອາລັງດ່ານ ແລະ ພໍ່ແມ່ພີ່ນ້ອງ ຊາວເຜົ່າ ກະຕູ ມີຄວາມປິຕິຊົມຊື່ນທີ່ສຸດ. “ ພິ ທີສົມ ມະ ນາຄຸນ ເຈົ້າ ປ່າ ເຈົ້າ ເຂົາຂອງຊ າວ ເຜົ່ າ ກະ ຕູ ແມ່ນ ມີ ມາ ແຕ່ ດົນ ນານ ແລ້ວ . ຄົນລຸ້ນກອ່ນ ກໍ ຂ້າ ຄວ າຍ ເພື່ອ ເຊີນ ສິ່ ງ ສ ັ ກ ສິດ ຢູ່ ພູ ຜ າ ປ່າ ດົງ ແລະ ວິນ ຍານ ຂອງ ຄົນ ຈັດ ຕັ້ ງ ພິ ທີ ສ້າງ ຄວາມ ຄຸ້ນ ເຄີຍ ກັນ . ຈັດ ພິ ທີ ດັ່ງ ກ່ າວ ແມ່ນເພື່ອບໍ່ ໃຫ້ ເຮົາ ເຈັບ ເປັນ , ເອັນອຸ່ນ ພ້ອມ ກັນ ຮ່ວມ ແຮງ ຮ່ວມ ໃຈກັນປົກ ປັກ ຮັກ ສາ ຕົ້ນ ໄມ້ໂລ່ງເລ່ງ ໄວ້ ”. ເຈົ້າກົກເຈົ້າເຫລົ່າພວມສົມມະນາຄຸນເຈົ້າປ່າເຈົ້າເຂົາ ໝູ່ບ້ານມໍລະດົກທາງຊີວະພາບ ໄມ້ໂລ່ງເລ່ງ ຢູ່ບ້ານ ອາເຣິ່ງ 1, ຕາແສງ ອາຊານ ເມືອງ ໄຕຢາງ, ແຂວງ ກວ໋າງນາມ ຕັ້ງຢູ່ລະຫວ່າງກາງຮ່ອມພູ ເຊິ່ງຖືກປົກຄຸມໄປດ້ວຍປ່າດົງດິບຕົ້ນໄມ້ໂລ່ງເລ່ງ ກວ່າ 2.000 ຕົ້ນ ໂດຍໄດ້ຮັບການຮັບຮອງເປັນຕົ້ນໄມ້ມໍລະດົກ, ມີຕົ້ນໃຫຍ່ອາຍຸນັບພັນປີຫຼາຍຕົ້ນ. ເຂດປ່າດົງດິບຕົ້ນໄມ້ໂລງເລງ ຕັ້ງຢູ່ລະດັບສູງ 1.500 ແມັດ ເມື່ອທຽບກັບລະດັບໜ້ານ້ຳທະເລ ດ້ວຍເນື້ອໃນ 450 ເຮັກຕາ ເຊິ່ງປະຊາຊົນເຄີຍເອີ້ນຊື່ວ່າ ອານາຈັກແຫ່ງໄມ້ ໂລ່ງເລ່ງ. ນີ້ແມ່ນເຂດປ່າດົງດິບມີຄ່າ ແລະ ຫາຍາກທີ່ຍັງເຫຼືອຢູ່ເຂດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີ. ມີເຂດປ່າທີ່ມີຄ່າຫາຍາກນີ້ ກໍ່ແມ່ນຍ້ອນຊາວຊົນເຜົ່າ ກະຕູ ຢູ່ຕາແສງ ອາຊານ ແລະ ເຈີເຮີ ໄດ້ຖະນຸຖະໜອມ ແລະ ປົກປັກຮັກສາໄວ້. ຊາວເຜົ່າ ກະຕູ ຖື “ປ່າແມ່ນເຮືອນຊານບ້ານຊ່ອງ, ຖືຕົ້ນໄມ້ແມ່ນລູກເຕົ້າ - ຮັກປ່າກໍຄືຮັກເຮືອນຊານບ້ານຊ່ອງ, ຮັກຕົ້ນໄມ້ກໍຄືຮັກລູກເຕົ້າ”. ແຕ່ລະເທື່ອບໍ່ວ່າເອົາສິ່ງໃດໃນປ່າ, ເຂົາເຈົ້າຍາມໃດກໍມີຄວາມສຳນຶກວ່າ ຕ້ອງຂໍນຳເຈົ້າປ່າເຈົ້າເຂົາກ່ອນ. ຕັດຕົ້ນໄມ້ໃນປ່າເຖິງຈະແມ່ນຕົ້ນນ້ອຍ ຫຼື ຕົ້ນໃຫຍ່ ກໍລ້ວນແຕ່ຕ້ອງຂໍກ່ອນ, ຕ້ອງເຕົ້າໂຮມຊາວບ້ານ ແລະ ຕ້ອງເຮັດພິທີບູຊາ ຈຶ່ງໄດ້ຕັດແລະນຳເອົາກັບເມືອເຮືອນໄດ້. ອ້າຍ ເປີລອງປະເລັງ ຊາວເຜົ່າ ກະຕູ ຢູ່ຕາແສງ ລັງ ເຊິ່ງເປັນຜູ້ທີ່ມີຄວາມເຂົ້າໃຈຫຼາຍສົມຄວນກ່ຽວກັບວັດທະນະທຳຂອງຊົນເຜົ່າຕົນ ໃຫ້ຮູ້ວ່າ: ປ່າໂລ່ງເລ່ງ ຢູ່ ໄຕຢາງ ແມ່ນຕິດພັນກັບບັນດາເລື່ອງລາວວັດທະນະທຳຂອງຊາວເຜົ່າ ກະຕູ. ເມື່ອກ່ອນ, ບັນດາຜູ້ເຖົ້າຜູ້ແກ່ເຫັນຕົ້ນໄມ້ໃດທີ່ມີຄ່າ, ຫາຍາກ ແມ່ນເຂົາເຈົ້າຜູກສິ່ງສັກສິດເຂົ້າໃສ່ຕົ້ນໄມ້ນັ້ນ. ອ້າຍ ເປີລອງປະເລັງ ເວົ້າວ່າ ຖ້າຕັດຕົ້ນໄມ້ແມ່ນຈະຖືກເຈົ້າປ່າລົງໂທດໃຫ້ເຈັບເປັນ, ຖືກລົງໂທດປັບໄໝ, ຍ້ອນແນວນັ້ນ ເຂດປ່າທີ່ມີຄຸນຄ່າຫຼາຍເຂດໄດ້ຮັບການຮັກສາໄວ້ມາເຖິງປັດຈຸບັນ. “ ເຈົ້າ ຢາກ ເຮັດ ເຮືອນ ແມ່ນ ຕ້ອງ ຂໍຄຳເຫັນຈາກເຈົ້າກົກເຈົ້າເຫລົ່າ ໃນ ໝູ່ ບ້ານ , ແລ ້ວ ຕັດ ໄມ້ ຄື ແນວ ໃດ ເພື່ອບ ໍ່ ໃຫ້ ສົ່ງ ຜົນ ກະ ທົ ບ ຕໍ່ ຕົ້ ນ ໄມ້ ນ້ອຍ . ນັ້ ນ ໄດ້ ຄ່ອຍໆ ກາຍ ເປັນ ເລື່ອງ ລາວ ທາງ ດ້ານ ວັດ ທະ ນະ ທ ຳ ໃນ ການ ຮັກ ສາ ປ່າໄມ້ . ການ ຖາງ ປ່າ ເຮັດ ໄຮ່ ແມ່ນ ເຂົາ ເຈົ້າ ຈະ ບໍ່ ແຕະ ຕ້ອງ ເຖິງ ປ່າ ທີ່ ສັກ ສິດ , ປ່າ ຕົ້ນ ນຳ ້ ຫຼື ປ່າ ດົງ ດິບ ຈັກ ເທື່ອ ”. ເຈົ້າກົກເຈົ້າເຫລົ່າ
TAG
VOV/VOVworld/ເກີຕູ/ສົມມະນາຄຸນ/ໂລ່ງເລ່ງ
Related
More








