VOV WorldVOV World
ຊາວເຜົ່າ ລາຮາ ກັບງານບຸນຮົວມັງ
12/05/2018 05:00
(VOVWORLD) -ຜ່ານງານບຸນຮົວມັງ ຊາວເຜົ່າ ລາຮາ ຢາກສະແດງຄວາມເຄົາລົບນັບຖືພາວະນາຂໍໃຫ້ເທວະດາຟ້າແຖນ, ດົນບັນດານໃຈລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ.
ຊາວເຜົ່າ ລາຮາ ກັບງານບຸນຮົວມັງ
ລາຮາ ແມ່ນຊົນເຜົ່າທີ່ມີພົນລະເມືອງຫນ້ອຍ ດຳລົງຊີວິດຕົ້ນຕໍຢູ່ເຂດພູດອຍທາງທິດຕາເວັນຕົກສ່ຽງເຫນືອຂອງຫວຽດນາມ, ເຕົ້າໂຮມກັນຢູ່ຫລາຍກວ່າໝູ່ແມ່ນບັນດາແຂວງ ລາວກາຍ, ເຊີນລາ ແລະ ລາຍເຈົາ. ແຕ່ດົນນານມາແລ້ວ, ຊາວເຜົ່າ ລາຮາ ດຳລົງຊີວິດແບບແຍກຕົວອອກຢູ່ຕ່າງຫາກ, ຊີວິດການເປັນຢູ່ແມ່ນອາໄສທຳມະຊາດ. ສະນັ້ນ, ຍັງຄົງຮັກສາຮີດຄອງປະເພນີ, ການເຫລື້ອມໃສ ແລະ ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກສະເພາະໄວ້ໄດ້. ພິເສດ ງານບຸນຮົວມັງ (ໝາຍເຖິງງານບຸນຖະຫວາຍໜໍ່ໄມ້ ແລະດອກໄມ້ປ່າ) ແມ່ນງານບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ຊື່ງໄດ້ຈັດຂຶ້ນດ້ວຍຂອບຂະຫນາດໃຫຍ່ ແລະ ສຳຄັນທີ່ສຸດຂອງຊາວເຜົ່າ ລາຮາ.
TAG
VOV/VOVworld/ງານ​ບຸນຮົວ​ມັງ​/ລາ​ຮາ

More