ສະຖາປັດຕະຍະກຳເຮືອນຢູ່ອາໄສຂອງຊາວເຜົ່າ ມົ້ງ
30/06/2018 06:00
(VOVWORLD) -ຢູ່ຕາມບົນເສັ້ນທາງລຽບຕາມເປີ້ນພູຂຶ້ນໄປພູພຽງຫີນ ດົ່ງວັນ, ແມ່ວວາກ ຂອງແຂວງ ຮ່າຢາງ, ຍາມໃດກໍ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ ຍ້ອນທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ. ບໍ່ພຽງແຕ່ເທົ່ານັ້ນ, ເຂົາເຈົ້າຍັງຖືກດຶງດູດດ້ວຍຮູບພາບເຮືອນຊານບ້ານຊ່ອງທີ່ສວຍງາມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ປຸກສ້າງຕາມສະຖາປັດຕະຍະກຳເປັນເອກະລັກສະເພາະ, ໃນນັ້ນ ພົ້ນເດັ່ນກວ່າໝູ່ແມ່ນເຮືອນຝາດິນຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ. ບັນດາເຮືອນດັ່ງກ່າວລ້ວນແຕ່ມີສີນ້ຳຕານເຂັ້ມຂອງຝາດິນ, ເຊິ່ງພົ້ນເດັ່ນຂຶ້ນໃນທ່າມກາງຮົ້ວຫີນສີຂີ້ເທົ່າ ອັນໄດ້ສ້າງເປັນຮູບພາບແບບປະຖົມປະຖານ, ລຶກລັບ, ເຮັດໃຫ້ບໍ່ວ່າຜູ້ໃດທີ່ໄປຜ່ານກໍຢາກແວ່ ຊົມເບິ່ງ.

ຊົນເຜົ່າ ມົ້ງ ໄດ້ດຳລົງຊີວິດຢູ່ຕາມເນີນພູເຂົາຫີນສູງຊັນມາເປັນຮ້ອຍໆປີແລ້ວ, ສະພາບອາກາດຫນາວຈັດຢ່າງຮ້າຍແຮງໄດ້ສົ່ງຜົນສະທ້ອນເຖິງສະຖາປັດຕະຍະກຳເຮືອນຢູ່ ທີ່ເປັນມູນເຊື້ອຂອງຊາວເຜົ່າ ມົ້ງ. ຈາກຄວາມສຳນຶກ ແລະ ສະພາບແວດລ້ອມໃນການດຳລົງຊີວິດນັ້ນ ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳສະຖາປັດຕະຍະກຳຂອງເຮືອນຝາດິນ, ມຸງດ້ວຍດິນຂໍ ຫລື ຫຍ້າຄາ ເຊິ່ງເຫມາະສົມກັບຊີວິດການເປັນຢູ່ຂອງເຂົາເຈົ້າ, ດ້ວຍຈຸດດີແມ່ນຮັກສາຄວາມອົບອຸ່ນໃນລະດູຫນາວ, ເຢັນສະບາຍໃນລະດູຮ້ອນ ແລະ ຍັງສາມາດຕ້ານບໍ່ໃຫ້ຄົນຂີ້ລັກ, ສັດຮ້າຍ… ເຂົ້າມາໃນເຮືອນໄດ້ອີກ. ຕາມການອະທິບາຍຂອງປະຊາຊົນທີ່ຢູ່ທີ່ນີ້ແລ້ວ, ເຮືອນຝາດິນມີຄວາມຫມາຍວ່າ ແມ່ນເຮືອນທີ່ມີຝາເຮັດດ້ວຍດິນ. ເພື່ອເຮັດຝາເຮືອນນັ້ນ, ພໍ່ແມ່ພີ່ນ້ອງຕ້ອງເຮັດໄມ້ແບບທີ່ມີລວງຍາວ 1,5 ແມັດ, ກວ້າງ 0,45 – 0,5 ແມັດ. ເມື່ອເຮັດຝາ, ເຂົາເຈົ້າຖອກດິນໃສ່ໄມ້ແບບນັ້ນ ແລ້ວໃຊ້ໄມ້ຄ້ອນ ຫຼື ສາກ ຕຳດິນໃຫ້ແຫນ້ນຫນາ. ດິນທີ່ໃຊ້ເພື່ອເຮັດຝາເຮືອນຕ້ອງແມ່ນດິນທີ່ບໍ່ມີຮາກໄມ້, ຫີນໃຫຍ່, ຂີ້ເຫຍື້ອຫຍ້າປະເພດຕ່າງໆປົນຢູ່ນຳ. ເມື່ອປະຕິບັດການເຮັດຝາເຮືອນ, ເຂົາເຈົ້າກໍປຸກລະດົມຊາຍຫນຸ່ມໃນບ້ານປະມານ 20 -30 ຄົນມາເຮັດຊ່ວຍ; ເຮັດຈາກແບບໄມ້ນີ້ຕໍ່ໃສ່ແບບໄມ້ອື່ນໄປເລື້ອຍໆຈົນກວ່າຈະສຳເລັດ. ບັນດາຝາເຮືອນໄດ້ຕຳໃຫ້ພຽງເປັນ 4 ແຈ ແລະ ແຫນ້ນຫນາຄັກແນ່. ພາຍຫລັງເຮັດຝາສຳເລັດແລ້ວ, ເຈົ້າຂອງເຮືອນຈຶ່ງປະຕິບັດການເລືອກເອົາມື້ສັນວັນດີ, ເຫມາະສົມກັບອາຍຸເຈົ້າຂອງເຮືອນໃຫມ່ເພື່ອເຂົ້າໄປປ່າຕັດເອົາໄມ້ມາເຮັດເສົາ, ເຮັດແປເຮືອນ (ໂຄງຫລັງຄາເຮືອນ) ແລະ ປະຕິບັດການມຸງຫລັງຄາ. ໂດຍສັງລວມແລ້ວ, ສະຖາປັດຕະຍະກຳເຮືອນຂອງ ຊາວເຜົ່າ ມົ້ງ, ເຖິງວ່າຈະໃຫຍ່ ຫລື ນ້ອຍກໍຕ້ອງມີ 3 ຫ້ອງ, 2 ປະຕູ (ລວມມີ ປະຕູຫນ້າ ແລະ ປະຕູຫລັງ) ແລະ ມີປ່ອງຢ້ຽມ 2 ປ່ອງ. ເຮືອນແຕ່ລະຫລັງອາດຈະມີຫນຶ່ງ ຫລື ສອງຫ້ອງນ້ອຍ. 3 ຫ້ອງກາງເຮືອນໄດ້ຈັດແບ່ງຢ່າງເຫມາະສົມ. ຫ້ອງທາງເບື້ອງຊ້າຍ ໃຊ້ເພື່ອເປັນບ່ອນແຕ່ງຢູ່ຄົວກິນ ແລະ ຫ້ອງນອນຂອງຜົວເມຍເຈົ້າຂອງເຮືອນ; ຫ້ອງທາງເບື້ອງຂວາ ໃຊ້ເພື່ອຕັ້ງເຕົາໄຟຝີງ ແລະ ຕຽງເພື່ອຮັບແຂກ; ຫ້ອງຢູ່ລະຫວ່າງກາງເຮືອນ ຕາມປົກກະຕິແລ້ວ ແມ່ນກວ້າງກວ່າສອງຫ້ອງທາງຂ້າງ ແລະ ມີບ່ອນເພື່ອຕັ້ງແທ່ນບູຊາບັນພະບູລຸດ, ພ້ອມກັນນັ້ນ ກໍມີບ່ອນຮັບແຂກ, ບ່ອນກິນດື່ມຂອງຄອບຄົວ. ເມື່ອໄປຢ້ຽມຢາມຊົມເຮືອນຝາດິນຂອງອ້າຍ ຢ່າງມີ້ສື ຊາວເຜົ່າ ມົ້ງ ຢູ່ ເມືອງ ແມ່ວວາກ ແລ້ວ, ເອື້ອຍ ຮ່າທິລຽນ ແຂກທ່ອງທ່ຽວຢູ່ແຂວງ ຕວຽນກວາງ ໃຫ້ຮູ້ວ່າ: “ ເມື່ອ ເຂົ້າ ໄປ ໃນເຮືອນ ຫລັງ ນີ້ ເຮັດ ໃຫ້ ຂ້າ ພະ ເຈົ້າ ມີ ຄ ວາມ ຮູ້ ສຶ ກ ສ ະ ບາຍ ໃຈ ແລະ ສະ ຫວາ ດ ສະ ເຫວີຍ ທີ່ ສຸດ , ເຮືອນກວ້າ ງ ພໍ ສົມ ຄ ວນ . ພິ ເສດ ແມ່ນ ຢູ່ ເຄິ່ງ ກາງ ເດີ່ນ ເຮືອນ ແມ່ ນມ ີ ເດີ່ ນ ທີ່ ປູ ດ້ວຍ ຫີນ ໃຫ້ ເດັກ ນ້ອຍ ລະ ຫລິ້ນຢອກ ໄຍ ກັນ ສ້າ ງ ຄວາມ ຮູ້ ສຶກ ອັນ ອົບ ອຸ່ ນ ແລະ ສ ະ ຫງົບ ສຸກ ”.
TAG
VOV/VOVworld/ແອັມຟີຄອດ/ຝາຜະຫນັງ/ເຕົາໄຟຝີງ
Related
More








.jpg)