ສີສັນຊົນເຜົ່າ ໄຕ່ ຢູ່ ຮ່າຢາງ
16/06/2018 05:00
(VOVWORLD) -ຊົນເຜົ່າ ໄຕ່ ຂຶ້ນກັບໝວດພາສາ ໄຕ່ - ຜູ້ໄທ, ແມ່ນຊົນເຜົ່າທີ່ມີປະຊາກອນຫລາຍກວ່າໝູ່ໃນບັນດາເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ດ້ວຍຈຳນວນປະມານ 1,6 ລ້ານຄົນດໍາເນີນຊີວິດເຕົ້າໂຮມກັນຢູ່ບັນດາເຂດພູດອຍທາງທິດຕາເວັນອອກສ່ຽງເໜືອ. ຢູ່ແຂວງ ຮ່າຢາງ, ຊົນເຜົ່າ ໄຕ່ ກວມ 25% ຈຳນວນປະຊາກອນໃນແຂວງ. ໂດຍຜ່ານການເວລາ, ວົງຄະນະຍາດຊາວເຜົ່າ ໄຕ່ ຢູ່ ຮ່າຢາງ ຍັງຄົງຮັກສາຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະໄວ້ໄດ້, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດທະນະທຳຈິດໃຈຂອງວົງຄະນະຍາດບັນດາເຜົ່າ ຢູ່ ແຂວງ ຮ່າຢາງ ອຸດົມສົມບູນກວ່າອີກ. ບົດຂຽນຂອງ ໂຕຕ໋ວນ, ນັກຂ່າວ VOV.
ໃນບັນດາເຜົ່າທີ່ດຳລົງຊີວິດຢູ່ແຂວງ ຮ່າຢາງ, ວົງຄະນະຍາດຊາວເຜົ່າ ໄຕ່ ແມ່ນກວມເອົາຈຳນວນຫລາຍ ດ້ວຍປະມານ 170.000 ຄົນ. ຊາວເຜົ່າ ໄຕ່ ດຳລົງຊີວິດຢູ່ເປັນບ້ານຕາມຮ່ອມພູ, ເປີ້ນພູຕ່ຳເຂດພູດອຍ, ແຫ່ງທີ່ມີແຫຼ່ງນ້ຳຫ້ວຍໄຫຼໃສເຢັນ. ແຕ່ລະບ້ານມີປະມານ 15 – 20 ຫລັງຄາເຮືອນ, ຫລາຍບ້ານມີເປັນຮ້ອຍໆຫລັງຄາເຮືອນ. ເຮືອນແບບດັ້ງເດີມຂອງຊາວເຜົ່່າ ໄຕ່ ແມ່ນເຮືອນຮ້ານ, ຊາວເຜົ່່າ ໄຕ່ ລ້ວນແຕ່ເລືອກເອົາໄມ້ທີ່ມີຄ່າມາປຸກສ້າງເຮືອນ. ເຮືອນບາງຫລັງ ມີຫລັງຄາ 2 ຫລື 4 ດ້ານຖືກມຸງດ້ວຍດິນຂໍ, ຫຍ້າຄາ ຫລື ໃບໝາກຄໍ້. ແອ້ມດ້ວຍໄມ້ແປ້ນ ຫລື ແຕະໄມ້ເຮ້ຍ. ຊາວເຜົ່່າ ໄຕ່ ດຳລົງຊີວິດຕົ້ນຕໍແມ່ນອີງໃສ່ການປູກຝັງກະສິກຳ ແລະ ມີບົດຮຽນຫລາຍຢ່າງໃນການປູກເຂົ້າແບບກະເສດສຸມ, ປູກເຂົ້ານາທາມ; ນອກນັ້ນຍັງມີການປູກເຂົ້າໄຮ່, ພືດຜັກ, ຕົ້ນໄມ້ກິນໝາກ... ລ້ຽງສັດຕາມຮູບການປ່ອຍຕາມທຳມະຊາດເປັນຕົ້ນຕໍ; ຊາວເຜົ່່າ ໄຕ່ ມີຊື່ສຽງກ່ຽວກັບອາຊີບຕ່ຳແຜ່ນແພພື້ນເມືອງ, ບັນດາອາຊີບຫັດຖະກຳຄອບຄົວ ຄື: ຜະລິດອຸປະກອນຮັບໃຊ້ກະສິກຳ, ເຮັດເຄື່ອງເຟີນີເຈີ, ເຮັດເຄື່ອງປັ້ນດິນເຜົາ. ກ່ຽວກັບຊຸດອາພອນ, ຊາວເຜົ່່າ ໄຕ່ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນຊຸດອາພອນສີຄາມ, ນຸ່ງເສື້ອແຂນສັ້ນຢູ່ໃນ, ເສື້ອແຂນຍາວຢູ່ນອກ ແລະ ເກືອບຄືວ່າບໍ່ມີລວດລາຍຫຍິບປັກຖັກແສ່ວຫຍັງໝົດ. ເຖິງວ່າບໍ່ພິຖີພິຖັນ, ບໍ່ມີສີສັນຫລາກຫລາຍກໍຕາມ, ແຕ່ບັນດາເສື້ອສີຄາມຂອງຊາວເຜົ່່າ ໄຕ່ ທີ່ລຽບງ່າຍນັ້ນ ໄດ້ສະແດງໃຫ້ເຫັນຈຸດງາມອັນມີສະເໜ່ ແລະ ອ່ອນໂຍນຂອງແມ່ຍິງຊາວເຜົ່່າ ໄຕ່; ນິດໄສສະຫງຽມຄ່ຽມຄົມ, ສຸພາບ ແລະ ນີ້ມນວນຂອງເຂົາເຈົ້າທີ່ແທ້ຈິງ.
TAG
VOV/VOVworld/ຊາວເຜົ່າໄຕ່/ປູກເຂົ້ານາທາມ/ກະວີນິພົນ
Related
More








