ສົ້ມຫນັງຄວາຍ - ເຍື່ອງອາຫານພິເສດຂອງຊາວເຜົ່າຜູ້ໄທ ຢູ່ເຊີນລາ
14/07/2018 12:24
(VOVWORLD) -ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ ທາງພາກເຫນືອ ຫວຽດນາມ ແມ່ນສະຖານທີ່ທີ່ມີຊາວເຜົ່າຜູ້ໄທ ດຳລົງຊີວິດເປັນຈຳນວນຫລວງຫລາຍ, ບໍ່ພຽງແຕ່ເປັນການຮູ້ຈັກເຖິງວ່າ ແມ່ນເຂດດິນແດນມີດອກໄມ້ຫລາຍຊະນິດມີສີສັນຫລາກຫລາຍທີ່ສວຍສົດງົດງາມ ແລະ ມີອາກາດປອດໂປ່ງເຢັນສະບາຍເທົ່ານັ້ນ ຫາກຍັງມີບັນດາເຍື່ອງອາຫານທີ່ແຊບນົວ ແລະ ເປັນຫນ້າສົນໃຈຂອງແຂກທ່ອງທ່ຽວນຳອີກ. ໃນບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຢູ່ ມົກເຈົາ ນັ້ນ, ເຍື່ອງອາຫານສົ້ມຫນັງຄວາຍ ກໍແມ່ນເຍື່ອງອາຫານຫນຶ່ງທີ່ແຊບນົວ ເຊິ່ງເປັນເຍື່ອງອາຫານພິເສດ ຢູ່ດິນແດນແຫ່ງນີ້.

ເພື່ອໃຫ້ມີເຍື່ອງອາຫານສົ້ມຫນັງຄວາຍທີ່ແຊບນົວ ແລະ ຫັນດີນັ້ນ ຂອດການປຸງແຕ່ງແມ່ນສຳຄັນທີ່ສຸດ. ຍ້ອນວ່າຫນັງຄວາຍຫນາ, ແຂງ ແລະ ຫຍາບ ສະນັ້ນ ຄວນໄດ້ຮັບການປຸງແຕ່ງຜ່ານຫລາຍຂັ້ນຕອນ, ຖືກວິທີ ເພື່ອບໍ່ໃຫ້ເຍື່ອງອາຫານນັ້ນແຂງ. ອ້າຍ ຕ່ອງວັນອຽນ ຢູ່ບ້ານປາງ, ຕາແສງ ຈ່ຽງແດນ, ນະຄອນ ເຊີນລາ ໃຫ້ຮູ້ວ່າ: “ ເອົາຫນັງ ຄວາຍ ມາ ຕັດ ເປັນ ຕ່ອນ ຊ່ຳ ຝາ ມື , ລວກ ນ້ຳ ຮ້ອນ ແລ້ວ ຂູດ ໃຫ້ ສະ ອາດ . ຫລັງ ຈາກນັ້ນ , ເອົ າ ມາ ປີ້ງ ໃສ່ ເຕົາ ຖ່ານຈົນ ກວ່າ ຈະ ມີ ກິ່ນ ຫອມ , ແລ້ວ ນຳ ມາ ລ້າງ ໃຫ້ ສະ ອາ ດ , ເມື່ອເຫັນ ວ່າ ຫນັງ ຄວາຍ ເຫລືອງ ດີ ແມ່ນ ຖື ວ່າໄດ້ແລ້ວ . ຕໍ່ ໄປ ແມ່ນ ເອົາ ໃສ່ ຫມໍ້ ເພື່ອ ຕົ້ມ ເມື່ອ ເຫັນ ວ່າ ຕ່ອນຫນັງ ຄວາຍ ອ່ອ ນ ດີ ກໍ ຖື ວ່າໄດ້ ແລ້ວ , ຖ້າ ຫາກ ຕົ້ມ ເປື່ອຍ ໂພດ ແມ່ນ ຈະ ເຮັດ ໃຫ້ ຫນັງ ບໍ່ ຫັນ ແລະ ບໍ່ ແຊບ ” .
TAG
VOV/VOVworld/ສົ້ມໜັງຄວາຍ/ມົກເຈົາ
Related
More








.jpg)