ພົນເອກ ຫວໍງວຽນຢາບ - ຜູ້ບັນຊາການທະຫານສູງສຸດຂອງກອງທັບປະຊາຊົນຫວຽດນາມ
06/10/2013 02:48
ໃນຕະຫລອດຊີວິດກວ່າ 80 ປີ ແຫ່ງການເຄື່ອນໄຫວປະຕິວັດຢ່າງລຽນຕິດ, ພົນເອກ ຫວໍງວຽນຢາບ ໄດ້ມີຜົນງານຍິ່ງໃຫຍ່ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ໂດຍແມ່ນລູກສິດດີເດັ່ນ ແລະ ໃກ້ຊິດຂອງທ່ານປະທານໂຮ່ຈິມີນ, ແມ່ນພົນເອກຜູ້ທຳອິດ ແລະ ແມ່ນຜູ້ບັນຊາການທະຫານສູງສຸດຂອງກອງທັບປະຊາຊົນຫວຽດນາມ, ພົນເອກຫວໍ້ງວຽນຢາບໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກປະຊາຊົນ, ຄວາມນິຍົມເຄົາລົບຈາກ ເພື່ອນມິດສາກົນ ແມ່ນຄວາມເອກອ້າງທະນົງໃຈຂອງພະນັກງານ, ນັບຮົບທົ່ວກອງທັບລຸ້ນຕ່າງໆ.

Related
More








